ເຜີຍແຜ່ວຽກງານສືບທາວຫາຍາດພີ່ນ້ອງ ໃຫ້ປະຊາຊົນ 4 ແຂວງພາກເໜຶອ

ທ້າຍເດືອນເມສາຜ່ານມານີ້ ຄະນະເຮັດວຽກຂອງອົງການກາແດງແຫ່ງຊາດລາວ ລົງສົມທົບກັບອົງການກາແດງແຂວງຫຼວງພະບາງ ອຸດົມໄຊ ຜົ້ງສາລີ ແລະ ແຂວງຫຼວງນ້ຳທາ ເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານກາແດງ ແລະ ສືບທາວຫາຍາດພີ່ນ້ອງ ນຳພາໂດຍທ່ານ ພອນຄຳ ແກ້ວວິໄລ ຫົວໜ້າກອງໂຄສະນາຂົນຂວາຍການກຸສົນ ພ້ອມດ້ວຍພະນັກງານຮັບຜິດຊອບຈາກອົງການກາແດງແຫ່ງຊາດລາວ ແລະ ກາແດງແຂວງ ເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ.

    ການລົງເຜີຍແຜ່ຄັ້ງນີ້ ໄດ້ນຳສະເໜີປະຫວັດຄວາມເປັນມາຂອງກາແດງ ຂະບວນການກາແດງສາກົນ 7 ຫຼັກການພື້ນຖານ ເຄື່ອງໝາຍມະນຸດສະທຳ ພາລະບົດບາດ ແລະ 9 ໜ້າວຽກຕົ້ນຕໍຂອງອົງການກາແດງແຫ່ງຊາດລາວ ໂດຍສະເພາະ ວຽກງານສືບທາວຫາຍາດພີ່ນ້ອງ ເພື່ອໃຫ້ເຂົ້າເຖິງພໍ່ແມ່ປະຊາຊົນໃນເຂດຫ່າງໄກສອກຫຼີກ ເພື່ອແນະນຳວິທີການປ້ອງກັນການພັດພາກ ແລະ ການຊ່ວຍພໍ່ແມ່ປະຊາຊົນທີ່ຕ້ອງການຢາກສືບທາວຫາສະມາຊິກຄອບຄົວທີ່ໄດ້ຂາດການຕິດຕໍ່ເປັນເວລາດົນນານ ທັງນີ້ກໍເພື່ອຫຼຸດຜ່ອນຄວາມກັງວົນຂອງຄອບຄົວເຮັດໃຫ້ເຂົາເຈົ້າສາມາດກັບມາພົບກັນ ນອກຈາກນັ້ນ ການລົງເຮັດວຽກຄັ້ງນີ້ ຍັງເປັນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ໃນການເປັນນັກໂຄສະນາ ແລະ ດຳເນີນການສືບທາວຫາຍາດພີ່ນ້ອງອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!