ສປປ ລາວ ມອບລາງວັນໃຫ້ທະນາຄານ BIDV (ທະນາຄານແມ່ຂອງ ທະນາຄານຮ່ວມທຸລະກິດ ລາວ – ຫວຽດ) ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ

ວັນທີ 25 ເມສາ – 01 ພຶດສະພາ 2022 ທີ່ຜ່ານມາ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ພ້ອມດ້ວຍຄະນະ.

ຮອງປະທານປະເທດ ຫວໍ ຖິ ແອ໋ງ ຊວນ ຕ້ອນຮັບຮອງປະທານປະເທດ ປານີ ຢາທໍ່ຕູ້

    ຮອດວັນທີ 27 ເມສາ ຢູ່ທີ່ ສສ ຫວຽດນາມ ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ (BIDV) ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ຈາກ​ລັດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແລະ ຫຼຽນ​ໄຊ​ອັນຊົງກຽດ​ອື່ນໆ​ອີກ​ຫຼາຍ​ຫຼຽນ.

    ເຂົ້າ​ຮ່ວມ​ພິທີ​ ມີ​ການ​ນຳ​ຂອງ​ພັກ ​ແລະ ລັດ ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ການນຳຂອງພັກ ແລະ ລັດ ແຫ່ງ ສປປ ລາວ ຜູ້ນຳ​ລັດຖະບານ​ກຳປູ​ເຈຍ ຮ່ວມ​ກັບ​ການ​ນຳ​ຂັ້ນ​ສູງ​ສູນ​ກາງ ແລະ ທ້ອງ​ຖິ່ນ ກະ​ຊວງ ສາ​ຂາ​ຂອງ​ຫວຽດ​ນາມ ແລະ ລາວ ກຳ​ປູ​ເຈຍ ຣັດ​ເຊຍ ບັນດາລູກຄ້າ ຄູ່ຮ່ວມງານ ຄູ່ຮ່ວມທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

    ພາຍຫຼັງ 65 ປີ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ​ຫຼາຍ​ກວ່າ 27 ປີ BIDV ທະນາຄານ​ແມ່​ຂອງ​ ທະນາຄານຮ່ວມທຸລະກິດ ລາວ - ​ຫວຽດ ​ໄດ້​ກາຍ​ເປັນ​ສະ​ຖາ​ບັນ​ການ​ເງິນ​ຫຼາຍ​ປະ​ເທດ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ຂົງ​ເຂດ ປັດຈຸບັນ BIDV ມີລະບົບນິເວດການທະນາຄານ - ປະກັນໄພ - ຫຼັກຊັບ - ການລົງທຶນທາງດ້ານການເງິນ ມີເຄືອຂ່າຍກ້ວາງຂວາງ ມີສາຂາພາຍໃນ ແລະ ຕ່າງປະເທດ 1.085 ສາຂາ ຫ້ອງການທຸລະກໍາ 10 ບໍລິສັດຍ່ອຍ ແລະ ມີການຄ້າໃນລາວ ກຳປູເຈຍ ມຽນມາ  ຣັດເຊຍ ໄຕ້ຫວັນ (ຈີນ).
      ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດມອບຫຼຽນໄຊພັດທະນາຊັ້ນ 2 ໃຫ້ແກ່ຜູ້ຕາງຫນ້າຄະນະນຳ BIDV  ຮັບຮູ້ໄດ້ບັນດາຄວາມມານະພະຍາຍາມຂອງບັນດາພະນັກງານ BIDV ໃນໄລຍະການເດີນທາງ 65 ປີ BIDV ກໍໄດ້ມີກຽດໄດ້ຮັບລາງວັນຈາກພັກ ແລະ ລັດ ແຫ່ງ ສປປ ລາວ ສໍາລັບຫຼຽນໄຊເອກະລາດ ຫຼຽນໄຊແຮງງານ ຫຼຽນໄຊມິດຕະພາບ…. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ BIDV ສືບ​ຕໍ່​ເປັນ​ກຽດ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ ເຊິ່ງ​ແມ່ນ​ຫຼຽນ​ໄຊພັດທະນາ​ຊັ້ນ 2 ຂອງ​ ສປປ ລາວ ​ຜູ້ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບສ່ວນ​ດ້ານ​ວັດຖຸ ​ແລະ ທຶນ​ຮອນ​ເຂົ້າ​ໃນການພັດທະນາເສດຖະກິດ - ສັງຄົມ ຢູ່ ສປປ ລາວ ຕາມດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບ ເລກທີ 041/ຄຕທ ລົງວັນທີ 22/03/2022.
error: Content is protected !!