ມອບ-ຮັບ ພາຫະນະໃຊ້ພະລັງງານໄຟຟ້າ ແລະ ເປີດປ້າຍ ໂຄງການເຂດສາທິດການປ່ອຍອາຍກາກບອນຕໍ່າ

ພິທີມອບ-ຮັບ ພາຫະນະໃຊ້ພະລັງງານໄຟຟ້າ ແລະ ເປີດປ້າຍ ໂຄງການເຂດສາທິດການປ່ອຍອາຍກາກບອນຕໍ່າ ພາຍໃຕ້ການຊ່ວຍເຫຼືອຂອງໂຄງການຮ່ວມມື ໃຕ້-ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດ ສປ ຈີນ (ຮູບແບບທາງໄກ)ຈັດຂຶ້ນວັນທີ 29 ເມສາ 2022 ທີ່ເຂດພັດທະນາກວມລວມໄຊເສດຖາ ໂດຍການເຊັນມອບຂອງທ່ານ ຈ້າວ ຢີ່ງໝີນ ຮອງລັດຖະມົນຕີກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ແລະ ເຊັນຮັບຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ໂຄງການເຂດສາທິດການປ່ອຍອາຍກາກບອນຕໍ່າ ພາຍໃຕ້ການຊ່ວຍເຫຼືອຂອງໂຄງການຮ່ວມມື ໃຕ້-ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດ ສປ ຈີນ ເປັນການສະແດງເຖິງການຮັດແໜ້ນການຮ່ວມມືກັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນການປະຕິບັດພັນທະຕໍ່ ສົນທິສັນຍາ ການປ່ຽນແປງດິນຟ້າອາກາດ ແລະ ບັນດາຂອບການຮ່ວມມືໃນພາກພຶ້ນ ແລະ ສາກົນດ້ານສິ່ງແວດລ້ອມ. ພາຍໃຕ້ກອງປະຊຸມລັດພາຄີສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 21 (COP-21) ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນປີ 2015 ແລະ ການຖະແຫຼ່ງເຈດຈໍານົງຂອງ ທ່ານ ສີ ຈິ້ນຜີງ ເລຂາທິການໃຫຍ່ພັກກອມມູນິດ ສປ ຈີນ ປະທານປະເທດແຫ່ງ ສປ ຈີນ ເຊິ່ງມີແຜນຈະສ້າງເຂດຫຼຸດຜ່ອນອາຍກາກບອນຕົວແບບ 10 ແຫ່ງ ຢູ່ປະເທດທີ່ກໍາລັງພັດທະນາ ດັ່ງນັ້ນ ສປປ ລາວ ກໍ່ໄດ້ໃຫ້ຄວາມສໍາຄັນ ແລະ ກໍ່ໄດ້ມີຄວາມສົນໃຈທີ່ຈະມີ ແລະ ສ້າງໂຄງການຕົວແບບດັ່ງກ່າວ ແລະ ໄດ້ປຶກສາຮ່ວມກັບ ບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ເພື່ອກໍານົດເອົາເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນເຂດສາທິດໃນການປ່ອຍອາຍ ກາກບອນຕໍ່າ ແລະ ຂໍ້ລິເລີ່ມດັ່ງກ່າວ ໄດ້ຖືກເລີ້ມຜັນຂະຫຍາຍໃນປີ 2020 ເປັນຕົ້ນມາ ໂຄງການນີ້ ແມ່ນໂຄງການຕົວແບບຂອງການຮ່ວມມືສອງຝ່າຍ ເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ ເຊິ່ງເປັນໂຄງການໜື່ງທີ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບ ພັກຄອມມູນິດຈີນ ທີ່ກໍານົດໃນເນື້ອໃນແຜນປະຕິບັດງານທີ 5 ການຢຶດໝັ້ນການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ທັງເປັນການຊ່ວຍເຫຼືອເຊິງກັນແລະກັນ ປະຕິບັດພັນທະ ຕໍ່ ສົນທິສັນຍາສາກົນ ທີ່ສອງປະເທດເປັນພາຄີ. ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ຈະເປັນຕົວແບບໃນການຫຼຸດຜ່ອນການປ່ອຍອາຍ ກາກບອນ ແລະ ຈະເປັນຄູ່ມືຕົວແບບ ໃນການຈັດຕັ້ງປະຕິບັດຢູ່ໃນເຂດອື່ນໆ ເພື່ອຕອບສະໜອງກັບຍຸດທະສາດ ຂອງລັດຖະບານ ທີ່ວ່າ ຈະນໍາໃຊ້ພະລັງງານທົດແທນ ພະລັງງານໄຟຟ້າ ພະລັງງານສະອາດ ຢູ່ໃນປະເທດລາວ ເພື່ອບັນລຸຕາມຄາດໝາຍ ຂອງ ສປປ ລາວ ທີ່ຈະເຮັດໃຫ້ປະເທດຂອງພວກເຮົາ ກ້າວໄປເຖີງການຫຼຸດຜ່ອນການປ່ອຍ ອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050.

error: Content is protected !!