ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ຫົວໜ້າບໍລິຫານຂອງອົງການ ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍທຸກຮູບແບບ

    ວັນທີ 27 ເມສາ 2022 ຜ່ານມາ ທີ່ນະຄອນຫລວງວຽນ ສາທາລະນະລັດໂອຕຣິດ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານ Dr. Robert Floyd ຫົວໜ້າບໍລິຫານ ( Executive Secretary) ຂອງອົງການເກືອດຫ້າມການທົດລອງອາວຸດນິວເຄຼຍທຸກຮູບແບບ ( Comprehensive Nuclear Test Ban Treaty Organization-CTBTO) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ. 

    ທ່ານ Dr. Robert Floyd ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ປະຈໍາອົງການ CTBTO ແລະ ພ້ອມທີ່ຈະໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການປະຕິບັດໜ້າທີ່ຂອງທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ CTBTO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວ້າງຂວາງຂື້ນຕື່ມ. 

    ໃນໂອກາດນີ້ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍ່ຄືອາຊຽນໃນດ້ານຕ່າງໆໃນໄລຍະຜ່ານມາ ໂດຍສະເພາະແມ່ນການນຳໃຊ້ເຕັກໂນໂລຢີເຂົ້າໃນວຽກງານວິທະຍາສາດ ແລະ ພົນລະເຮືອນ ເປັນຕົ້ນແມ່ນການແຈ້ງເຕືອນການເກີດແຜ່ນດິນໄຫວ ສຶນາມິ ການປ່ຽນແປງຂອງດິນຟ້າອາກາດຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ການສະໜັບສະໜູນທາງດ້ານການພັດທະນາຊັບພະຍາກອນມະນຸດ ການເຂົ້າຮ່ວມຝຶກອົບຮົມໃນຂົງເຂດວິຊາສະເພາະທີ່ມີຜົນປະໂຫຍດຕໍ່ການຮັບຮູ້ຂໍ້ມູນຂ່າວສານກ່ຽວກັບໄພທຳມະຊາດທີ່ເປັນໄພຂົ່ມຂູ່ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມນີ້ ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວຈາກທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ສົ່ງເຖິງທ່ານ Dr. Robert Floyd ພ້ອມດ້ວຍພະນັກງານທຸກຄົນໃນອົງການດັ່ງກ່າວ.

error: Content is protected !!