ດີບຸກ ເປັນສໍານັກພິມໃຫ້ບໍລິການອອກຜົນງານປຶ້ມອ່ານຂອງນັກຂຽນ

ງານເປີດໂຕສໍານັກພິມດີບຸກ ຈັດຂຶ້ນວັນທີ 30 ເມສາ 2022 ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມມີທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ການພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ແສງຟ້າ ໂຫລານຸພາບ ອະດີດຫົວໜ້າພາກວິຊາພາສາ-ວັດທະນະທໍາລາວ ແລະ ທ່ານ ນາງ ປ້າປິວ ຫຼວງວັນນາ ຮອງປະທານສະມາຄົມນັກປະພັນລາວ ຕະຫຼອດຮອດນັກຂຽນ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ສົມສະໄໝ ພົມມະຈັນ ຜູ້ອໍານວຍການສໍານັກພິມດີບຸກກ່າວວ່າ: ສໍານັກພິມດີບຸກກໍຄືສໍານັກພິມອື່ນໆທີ່ໃຫ້ບໍລິການດ້ານການອອກຜົນງານປຶ້ມອ່ານຂອງນັກຂຽນ ໂດຍສະເພາະການອອກແບບໜ້າປົກ ການບັນນາທິການ ພິສູດອັກສອນ ຈັດໜ້າປື້ມ ແລະ ຮັບຂຶ້ນທະບຽນປຶ້ມ ສື່ສິ່ງພິມໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການພິມຈໍາໜ່າຍ ສປປລາວ ເຊິ່ງເຫັນວ່າການຈັດພິມປຶ້ມຢູ່ປະເທດເຮົາຍັງພົບຄວາມຫຍຸ້ງຍາກຫຼາຍ ເປັນຕົ້ນການນໍາເຂົ້າວັດສະດຸການພິມຈາກຕ່າງປະເທດ ເມື່ອເສດຖະກິດໂລກຜັນຜວນຢ່າງຮຸນແຮງໃນປັດຈຸບັນ ມັນສົ່ງຜົນໃຫ້ຕົ້ນທຶນການຜະລິດສູງຂຶ້ນ ຈຶ່ງເຮັດໃຫ້ນັກຂຽນເຮົາສ່ວນຫຼາຍສົ່ງຜົນງານໄປຈັດພິມຢູ່ຕ່າງປະເທດ ດັ່ງນັ້ນ ເປົ້າໝາຍຂອງດີບຸກ ກໍຄືການໄດ້ຮັບໃຊ້ການຜະລິດຜົນງານປຶ້ມລາວໃຫ້ໄດ້ມາດຕະຖານສາກົນ ດ້ວຍລາຄາ ແລະ ວິທີການທີ່ນັກຂຽນລາວສາມາດເຂົ້າເບິ່ງໄດ້ ພ້ອມນັ້ນ ດີບຸກຍັງຮັບເປີດຮັບບົດຂຽນ ຮັບຊື້ລີຂະສິດຜົນງານໂດຍທີ່ນັກຂຽນບໍ່ຕ້ອງລົງທຶນ ແລະ ຍັງໄດ້ຮັບເງິນທັນທີທີ່ສົ່ງຜົນງານຂອງຕົນມາຍັງສໍານັກພິມດີບຸກ ເຊິ່ງມີຫຼາຍຮູບແບບເຊັ່ນ: ການຮ່ວມທຶນ ການມອບລິຂະສິດ ການເຮັດການຕະຫຼາດຮ່ວມກັນ ແລະ ການຈັດພິມຕາມຄວາມຕ້ອງການຂອງນັກອ່ານ ເພາະດີຍຸກ ນອກຈາກຈະຕັ້ງເປັນສໍານັກງານແລ້ວ ຍັງມີໂຮງພິມທີ່ສາມາດຜະລິດເອງໄດ້. # ຂ່າວ – ພາບ : ຂັນທະວີ

error: Content is protected !!