ວັນທີ 29 ເມສາ 2022 ຜ່ານມາ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງການຕ່າງປະເທດ ນໍາໂດຍ ທ່ານ ນາງ ໄກມະນີ ອໍລະບູນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ (ສຍລ ຕປທ) ທ່ານ ຄໍາໄພ ພັນທອງດີ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານ ແລະ ທ່ານ ມິຖຸນາ ສຸກທຳມະວົງ ຄະນະບໍລິຫານງານຊາວໜຸ່ມກະຊວງ ຕປທ ໄດ້ນຳພາຄະນະໄປມອບເຄື່ອງຊ່ວຍເຫຼືອໃຫ້ແກ່ສະຫະພັນແມ່ຍິງ ແລະ ອຳນາດການປົກຄອງເມືອງສັງທອງ ເພື່ອນຳໄປມອບຕໍ່ໃຫ້ປະຊາຊົນ ແລະ ຄອບຄົວທີ່ຍັງມີຄວາມຫຍຸ້ງຍາກ-ຂາດເຂີນ ເຄື່ອງຊ່ວຍເຫຼືອດັ່ງກ່າວ ລວມມີເຄື່ອງຕ້ານພະຍາດໂຄວິດ-19 (ສະບູລ້າງມື ຜ້າອັດປາກ-ດັງ ແລະ ເຄື່ອງວັດແທກອຸນນະພູມ) ແລະ ອຸປະກອນສົ່ງເສີມການພັດທະນາຂອງເດັກນ້ອຍຈຳນວນໜຶ່ງ.

ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ພາຍຫຼັງທີ່ທ່ານ ນາງ ເກສອນ ຂວັນພະໄຊ ປະທານສະຫະພັນແມ່ຍິງເມືອງສັງທອງ ໄດ້ກ່າວຈຸດປະສົງ ແລະ ແຈ້ງສະພາບໂດຍຫຍໍ້ໃຫ້ຊາບແລ້ວ ທ່ານ ນາງ ໄກມະນີ ອໍລະບູນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນ ກ່າວມອບເຄື່ອງຊ່ວຍເຫຼືອດັ່ງກ່າວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ລຸນທອງ ບຸນມະນີ ຮອງເລຂາພັກເມືອງ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໂດຍມີຄະນະບໍລິຫານງານສະຫະພັນແມ່ຍິງ ກຳມະບານ ຊາວໜຸ່ມ ແລະ ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ສະຫະພັນແມ່ຍິງເມືອງ ຜູ້ຕາງໜ້າຈາກອົງການຈັດຕັ້ງກຳມະບານ ຊາວໜຸ່ມເມືອງ ຄະນະພັກ ແລະ ຫ້ອງການປົກຄອງເມືອງສັງທອງ ເຂົ້າຮ່ວມເປັນສັກຂີພະຍານ.

ກິດຈະກຳມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ ແມ່ນໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ຄົບຮອບ 112 ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ເຊິ່ງສະຫະພັນແມ່ຍິງກະຊວງ ໂດຍສົມທົບກັບອົງການຈັດຕັ້ງກຳມະບານ ແລະ ຊາວໜຸ່ມ ຍັງຈະສືບຕໍ່ເຄື່ອນໄຫວເພື່ອນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ພາກສ່ວນຕ່າງໆ ທັງຢູ່ນະຄອນຫວງວຽງຈັນ ແລະ ບັນດາແຂວງຕ່າງໆຕື່ມອີກໃນຕໍ່ໜ້າ.