ຫົວໜ້າທະນາຄານ BIDV ສາຂາ ກວາງນິງ ຕ້ອນຮັບການຢ້ຽມຢາມຂອງທ່ານ ສອນໄຊ ສິດພະໄຊ – ຜູ້ວ່າການທະນາຄານແຫ່ງ ສປປ ລາວ

    ວັນທີ 25 ເມສາ 2022 ຜ່ານມາ ຢູ່ທີ່ສຳນັກງານທະນາຄານ BIDV ສາຂາກວາງນິງ ທ່ານ ເທືອງ ວັນ ເຊີນ ຫົວໜ້າທະນາຄານ BIDV ສາຂາກວາງນິງ ໄດ້ຕ້ອນຮັບຄະນະຜູ້ແທນທະນາຄານແຫ່ງ ສປປ ລາວ ໂດຍມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຜູ້ນຳຂະບວນ ພາກສ່ວນທະນາຄານ BIDV ມີທ່ານ ແກວັກ ຫຸ່ງ ຫຽບ ຮອງຜູ້ອຳນວຍການໃຫຍ່ທະນາຄານ BIDV ທັງເປັນປະທານສະພາບໍລະຫານທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ພ້ອມດ້ວຍທ່ານ ຫງວຽນ ດຶກ ວູ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ຈຳກັດ ໄດ້ມາຢ້ຽມຢາມທະນາຄານ BIDV ສາຂາ ກວາງນິງ.

    ໃນໂອກາດນີ້ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທ່ານ ສອນໄຊ ສິດພະໄຊ ໄດ້ສະແດງຄວາມດີໃຈ ຂອບອົກຂອບໃຈທີ່ໄດ້ມາຢ້ຽມຢາມ ແລະ ໄດ້ຮັບການຕ້ອບຮັບດ້ວຍຄວາມອົບອຸ່ນ.

    ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານ BIDV ມີການເຕີບໂຕຢ່າງສະຖຽນ ເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ທ່ານຍັງຫວັງວ່າ ຍັງຈະສືບຕໍ່ໄດ້ຮັບການຮ່ວມມື ແບ່ງປັນປະສົບການຈາກຝ່າຍຫວຽດນາມໃນຂົງເຂດການເງິນ ການທະນາຄານ.

         ໃນຂະນະດຽວກັນ ທ່ານ ເທືອງ ວັນ ເຊີນ ຫົວໜ້າທະນາຄານ BIDV ສາຂາກວາງນິງ ໄດ້ລາຍງານ ສະພາບການເຄື່ອນໄຫວ ແລະ ໝາກຜົນການດຳເນີນທຸລະກິດຂອງ ທະນາຄານ BIDV ສາຂາ ກວາງນິງ ໂດຍລວມ BIDV ສາຂາກວາງນິງໄດ້ປະຕິບັດໜ້າທີ່ຕາມການມອບໝາຍຂອບສຳນັກງານໃຫຍ່ໄດ້ເປັນຢ່າງດີ ໂດຍສະເພາະແມ່ນວຽກງານການຊ່ວຍເຫຼືອສັງຄົມຢູ່ແຂວງກວາງນິງ.

ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la

error: Content is protected !!