ກະຊວງພາຍໃນ ເຊື່ອມຊຶມ 2 ວັນສໍາຄັນໃຫ້ພະນັກງານ-ລັດຖະກອນ

    ກະຊວງພາຍໃນ ຈັດພິທີສະຫຼຸບຫານເຄື່ອນໄຫວວຽກງານກຳມະບານປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1 ກຸມພາ 1956-1 ກຸມພາ 2022) ວັນກຳມະກອນສາກົນຄົບຮອບ 136 ປີ (1 ພຶດສະພາ 1886-1 ພຶດສະພາ 2022) ໃນວັນທີ 29 ເມສາ 2022 ທີ່ກະຊວງພາຍໃນ ເປັນກຽດປາຖະກະຖາໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີປະທານກຳມະບານກະຊວງ ຫົວໜ້າກົມ ຮອງກົມ ຫ້ອງການ ແລະ ສະມາຊິກກຳມະບານເຂົ້າຮ່ວມ.

    ໃນພິທີ ທ່ານ ທອງຈັນ ມະນີໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກະມະບານລາວ ນອກຈາກນັ້ນ ທ່ານ ຕ໋ອງ ພູມມີພັນ ປະທານສະຫະພັນກໍາມະບານກະຊວງພາຍໃນ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍາມະບານ ປະຈໍາປີ 2021 ແລະ ທິດທາງແຜນການ 2022 ໂດຍສະເພາະຜົນງານໄລຍະ 1 ປີຜ່ານມາ ຕອນທ້າຍຂອງກອງປະຊຸມ ໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກໍາມະບານທີ່ເຂົ້າຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ແລະ ລາຍງານຜົນການປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ພ້ອມທັງມອບໃບຢັ້ງຢືນໃຫ້ສະຫະພັນກຳມະບານກະຊວງພາຍໃນ ເປັນສະຫະພັນກຳມະບານ 5 ເປັນເຈົ້າ ປະຈຳປີ 2021 ແລະ ມອບໃບການຢັ້ງຢືນກຳມະບານຮາກຖານ ແລະ ສະມາຊິກກຳມະບານ 5 ເປັນເຈົ້າ ປະຈຳປີ 2021.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!