ເປີດໂຄງການສ້າງຄວາມກ້າວໜ້າໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນ

    ແຮງງານໃນຂະແໜງກາເຟ ແລະ ຊາ ຂອງ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເຖິງການປົກປ້ອງທາງສັງຄົມທີ່ດີຂຶ້ນ ແລະ ຄວາມປອດໄພ ແລະ ສຸຂະພາບແຮງງານ ຈະໄດ້ຮັບການປັບປຸງຂຶ້ນພາຍຫຼັງການເປີດໂຕຂອງໂຄງການໃໝ່ຂອງອົງການແຮງງານສາກົນທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ເພື່ອສ້າງຄວາມເຂັ້ມແຂງໃຫ້ກຸ່ມຊາວກະສິກອນຊາວສວນກາເຟ ແລະ ຊາ ໃນ 3 ແຂວງຄື: ຈໍາປາສັກ ເຊກອງ ແລະ ສາລະວັນ.

    ໂຄງການສ້າງຄວາມກ້າວໜ້າໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ ແລະ ຊາຂອງ ສປປ ລາວ (SOLAR)” ໄດ້ເປີດເປັນທາງການວັນທີ 28 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສູນກາງສະຫະພັນກຳມະບານລາວ ອົງການແຮງງານສາກົນ ແລະ ສະຫະພາບເອີຣົບ.

    ທ່ານ ປະເດີມພອນ ສົນທະນີ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະຊ່ວຍໃຫ້ພວກເຮົາຮັບປະກັນວ່າ ຜົນປະໂຫຍດຂອງການຂະຫຍາຍຕົວໃນຂະແຫນງກາເຟ ແລະ ຊາ ທີ່ຈະສົ່ງຜົນໃຫ້ແກ່ການປັບປຸງເງື່ອນໄຂການເຮັດວຽກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດພູພຽງບໍລະເວນ ການປົກປ້ອງທາງສັງຄົມ ແມ່ນຜູ້ອອກແຮງງານທຸກຄົນຈະມີສະພາບການເຮັດວຽກທີ່ປອດໄພ ແລະ ມີຄຸນຄ່າ ພວກເຮົາຈະເຮັດວຽກຮ່ວມກັບຄູ່ຮ່ວມງານສາມຝ່າຍ ແລະ ອົງການຈັດຕັ້ງຂັ້ນຮາກຖານເພື່ອປັບປຸງການບໍລິການຂອງພວກເຮົາ ແລະ ຮັບປະກັນວ່າແຮງງານຈະສາມາດເຂົ້າເຖິງປັດໄຈຕ່າງໆເຫຼົ່ານີ້ຢ່າງທົ່ວເຖິງ.

    ທ່ານ ແກຼມ ບັກ ເລ ຜູ້ອໍານວຍການຫ້ອງການອົງການແຮງງານສາກົນຮັບຜິດຊອບປະເທດໄທ ກຳປູເຈຍ ແລະ ສປປ ລາວ ກ່າວວ່າ: ລັກສະນະສະເພາະຂອງໂຄງການ ພວກເຮົາຈະເຮັດວຽກຮ່ວມກັບຄູ່ຮ່ວມງານຕັ້ງແຕ່ກະຊວງຈົນເຖິງອົງການຈັດຕັ້ງຂັ້ນພື້ນຖານ ເພື່ອເຂົ້າເຖິງຊາວກະສິກອນໃນສວນກາເຟ ແລະ ຊາ ພວກເຮົາສາມາດເຊື່ອມໂຍງນະໂຍບາຍກັບກິດຈະກຳຕ່າງໆຢູ່ຂັ້ນຮາກຖານ ໂດຍການການເຝິກອົບຮົມໃຫ້ກຸ່ມແຮງງານ ຫຼຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ” ໂຄງການທີ່ໄດ້ຮັບທຶນຈາກສະຫະພາບເອີຣົບນີ້ ຈະເຮັດວຽກຮ່ວມກັບລັດຖະບານ (ອົງການປະກັນສັງຄົມລາວແຫ່ງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ເມືອງ) ຕາງໜ້າຜູ້ອອກແຮງງານ (ສະຫະພັນກຳມະບານລາວ ສະຫະພັນແມ່ຍິງລາວ ແຮງງານນອກລະບົບ ຫຼື ຊາວກະສິກອນ) ແລະ ຕາງໜ້າຜູ້ໃຊ້ແຮງງານ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສະມາຄົມກາເຟລາວ ແລະ ສະມາຄົມຊາທີ່ສ້າງຕັ້ງໃໝ່) ເຊິ່ງໂຄງການນີ້ ຈັດຕັ້ງປະຕິບັດຮ່ວມກັນໂດຍອົງການແຮງງານສາກົນ ແລະ Oxfam ຮ່ວມກັບອໍານາດການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຂັ້ນຮາກຖານ ອົງການຈັດຕັ້ງເຫຼົ່ານີ້ ຈະໄດ້ຮັບການສະໜັບສະໜູນໂດຍຜ່ານການເຝິກອົບຮົມ ການປຶກສາຫາລື ແລະ ການຊ່ວຍເຫຼືອດ້ານວິຊາການໃນຂົງເຂດຕ່າງໆເຊັ່ນ: ສິດທິຂອງແຮງງານແມ່ຍິງ ການປົກປ້ອງທາງສັງຄົມ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສິດທິແຮງງານ ເພື່ອພັດທະນາຄວາມສາມາດຂອງເຂົາເຈົ້າ ແລະ ໃຫ້ການຊ່ວຍເຫຼືອຜູ້ອອກແຮງງານໃນຂົງເຂດວຽກຂອງຕົນ.

    ໂຄງການດັ່ງກ່າວ ຈະສຸມໃສ່ສາມເມືອງຂອງພູພຽງບໍລະເວນ ໂດຍມີບັນດາກິດຈະກຳຕ່າງໆຈະຊ່ວຍໃຫ້ແຮງງານ ໂດຍສະເພາະແຮງງານນອກລະບົບ ແລະ ແມ່ຍິງສາມາດເຂົ້າເຖິງປະກັນສັງຄົມແຫ່ງຊາດ ຄວາມປອດໄພແລະສຸຂະພາບແຮງງານຈະໄດ້ຮັບການປັບປຸງ ການປູກຈິດສໍານຶກຈະໄດ້ຮັບການຍົກສູງຂຶ້ນລະຫວ່າງຜູ້ອອກແຮງງານ ແລະ ຜູ້ຕາງໜ້າຂອງເຂົາເຈົ້າ ແລະ ຄວາມສາມາດຂອງອົງການຈັດຕັ້ງສັງຄົມ ແລະ ພາກສ່ວນອື່ນໆໃນຂັ້ນຮາກຖານ ຈະໄດ້ຮັບການຍົກລະດັບຂຶ້ນ ໂຄງການດັ່ງກ່າວນິ້ ຍັງແນໃສ່ການເສີມຂະຫຍາຍກົນໄກຮ່ວມມືໃຫ້ແກ່ຜູ້ອອກແຮງງານໃນການແບ່ງປັນບັນຫາຄວາມກັງວົນຂອງເຂົາເຈົ້າ ແລະ ໃຫ້ເຂົາເຈົ້າຮັບຮູ້ສິດທິດ້ານແຮງງານຂອງເຂົາເຈົ້ານຳອີກ. ນອກນີ້ພາຍຫຼັງພິທີເປີດໂຄງການ ຍັງໄດ້ດໍາເນີນກອງປະຊຸມວິຊາການເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການສົ່ງເສີມການປົກປ້ອງທາງສັງຄົມ ແລະ ສິດທິແຮງງານ ໃນຂະແໜງກາເຟ ແລະ ຊາ

# ຂ່າວ – ພາບ : ຂັນທະວີ

error: Content is protected !!