ເພື່ອຊຸກຍູ້ໃຫ້ຜູ້ຍິງທີ່ເຮັດວຽກມືຖືທີ່ທັນສະໄໝ ແລະ ມີປະສິດທິຜົນ ຈະຊ່ວຍພວກເຂົາຊຸກຍູ້ການເຕີບໂຕຂອງອາຊີບ ຄຽງຄູ່ກັບການປົດລັອກທ່າແຮງຂອງພວກເຂົາ ໂດຍການຊຸກຍູ້ໃຫ້ໃຊ້ຟັງຊັ່ນການຖ່າຍຮູບ ແລະ ວິດີໂອ ຫຼາຍຂຶ້ນ ເພື່ອຄວາມສະດວກສະບາຍຂອງໜ້າທີ່ວຽກງານ ແລະ ການພັກຜ່ອນ.

ການປົດລັອກຄວາມສາມາດຂອງແມ່ຍິງ ຖືເປັນສິ່ງທ້າທາຍໃນທຸກໄລຍະເວລາ ຜ່ານການຄົ້ນຄວ້າ ສະແດງໃຫ້ເຫັນວ່າແມ່ຍິງມັກຈະມີຜົນກະທົບສູງຕໍ່ການພັດທະນາອຸປະກອນມືຖື ຫຼື IT ໃນຍຸກສະໄໝນີ້ ນັບແຕ່ວິກິດການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແມ່ຍິງຕ້ອງໄດ້ເຮັດທຸລະກິດດ້ວຍຕົນເອງ ແລະ ຈໍານວນໜຶ່ງແມ່ນມີຄວາມຈໍາເປັນໃນການເປັນຜູ້ນໍາຄອບຄົວ ເພື່ອສະໜັບສະໜູນໂອກາດການເຮັດວຽກຂອງເຂົາເຈົ້າກ່ຽວກັບທຸລະກິດອອນລາຍ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງຊອກຫາຜູ້ຊ່ວຍທີ່ດີທີ່ສຸດ ເພື່ອສະໜັບສະໜູນການເຮັດວຽກງານຂອງເຂົາເຈົ້າ.

ໂທລະສັບມືຖື Samsung ເປັນທາງເລືອກທີ່ດີລະຫວ່າງການເຮັດວຽກ ແລະ ການພັກຜ່ອນ ໂດຍສະເພາະການບັນທຶກ ຫຼື ອ່ານຂ່າວຈາກສື່ອອນລາຍ ກໍສາມາດເຮັດໄດ້ຢ່າງງ່າຍດາຍ ດ້ວຍຮູບແບບທີ່ທັນສະໄໝ ແລະ ມີຫຼາຍຟັງຊັ່ນ (ສາມາດເຮັດໄດ້ຫຼາຍຢ່າງ) ມັນເໝາະສົມກັບແມ່ຍິງໄວເຮັດວຽກ ແລະ ເຊັ່ນດຽວກັນຜູ້ຍິງກໍຢາກນຳສະເໜີຕົນເອງ ແລະ ຄອບຄົວ ດ້ວຍການຖ່າຍຮູບ ແລະ ວີດີໂອງາມໆລົງສື່ອອນລາຍ ຂະນະດຽວກັນ ຍັງສາມາດເລີ່ມຕົ້ນການເດີນທາງ ທາງດີຈີຕອນ ແລະ ໂພສຄວາມຊົງຈໍາທີ່ຖືກແບ່ງປັນ ກໍເປັນສິ່ງທີ່ສາມາດສື່ສານກັບແຟນໆ ແລະ ຜູ້ຕິດຕາມຢ່າງຫຼວງຫຼາຍ ການຖ່າຍຮູບເປັນເວລາພັກຜ່ອນ ທ່ານນາງ ອະໂນມາ ລັດທິດາ ຜູ້ປະກາດຂ່າວໂທລະພາບແຫ່ງຊາດລາວ ແລະ ເປັນຜູ້ທີ່ມີບົດບາດໃນສັງຄົມລາວ ມັກຈະເດີນທາງໄປສະຖານທີ່ທ່ອງທ່ຽວ ແລະ ຖ່າຍຮູບທີ່ສວຍງາມ ເພື່ອເກັບໄວ້ໃນຄວາມຊົງຈໍາ ໂດຍໃຊ້ໂທລະສັບມືຖືເພື່ອສະໜັບສະໜູນວຽກງານປະຈໍາວັນ ໃນການເປັນຜູ້ປະກາດຂ່າວທີ່ ໂທລະພາບແຫ່ງຊາດ ໂດຍໃຊ້ໃນການອ່ານບົດຂ່າວຂອງລາວ ແລະ ການນໍາສະເໜີເທິງມືຖື.

ທ່ານນາງ ອະໂນມາ ລັດທິດາ ກ່າວວ່າ: ຜົນສຳເລັດທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍໄດ້ເຮັດ ແມ່ນການສ້າງການຮັບຮູ້ດ້ວຍການຖ່າຍວີດີໂອ ແລະ ຮູບພາບງາມໆຂອງຄອບຄົວຕົນເອງ ຕົນຮຽນຮູ້ທີ່ຈະນໍາໃຊ້ແອັບພລິເຄເຊິນທັງໝົດ ເຊັ່ນ: ເຄື່ອງມືເພື່ອຊ່ວຍຈັດລະບຽບວຽກງານຂອງຕົນ ນອກນີ້ ຍັງໃຊ້ຟີເຈີບາງຢ່າງເພື່ອແກ້ໄຂ ແລະ ພັດທະນາທັກສະຂອງຕົນເອງ ໃນຖານະທີ່ເປັນແມ່ຍິງທີ່ເຮັດວຽກຢູ່ໃນຂົງເຂດຕ່າງໆ ຕົນເຂົ້າໃຈວ່າມີວຽກຫຼາຍຢ່າງທີ່ໂທລະສັບມືຖືມີຄວາມສໍາຄັນ ແລະ ສາມາດສ້າງລາຍໄດ້ຈາກໂທລະສັບມືຖື ການພິສູດທັກສະຂອງຕົນເອງໂດຍການຮຽນຮູ້ ພະຍາຍາມໃຊ້ຟັງຊັ່ນຕ່າງໆ ແລະ ການເລືອກໂທລະສັບມືຖືທີ່ເໝາະສົມກັບວຽກງານຂອງຕົນເອງ ເປັນວິທີທີ່ຄົນເຮົາຈະເລີ່ມຕົ້ນມື້ເຮັດວຽກທີ່ດີ ຕົນຮັບປະກັນວ່າໂທລະສັບມືຖືເປັນສິ່ງທີ່ຈໍາເປັນ ແລະ ເປັນປະໂຫຍດສໍາລັບພວກເຮົາທຸກຄົນ ທີ່ຈະເຊື່ອມຕໍ່ ແລະ ສາມາດສ້າງຜົນປະໂຫຍດຮ່ວມກັນໄດ້.

# ສະບາໄພ