ອັດຕາການສັກວັກຊີນໃນພື້ນທີ່ທ່ອງທ່ຽວສີຂຽວທີ່ມີລະດັບສູງເຖີງ 99,67%

ກອງປະຊຸມເຜີຍແຜ່ຜົນການສຳຫຼວດອັດຕາປົກຄຸມວັກຊິນກັນພະຍາດໂຄວິດ-19 ໃນພື້ນທີ່ທ່ອງທ່ຽວສີຂຽວ ໃຫ້ສື່ມວນຊົນລາວໃນທົ່ວປະເທດ ຈັດຂຶ້ນວັນທີ 27 ເມສາ 2022 ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ  ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເເລະ ທ່ານນາງ ດຣ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳລາວ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ແລະ ມີສື່ມວນຊົນເຂົ້າຮ່ວມ.

    ທ່ານ ດຣ ສະໜອງ ທອງຊະນະ ກ່າວວ່າ: ນະໂຍບາຍທີ່ສະໜັບສະໜູນທຸລະກິດ ແລະ ຄົວເຮືອນໃຫ້ສາມາດປັບຕົວເຂົ້າກັບສະພາບປົກກະຕິໃໝ່ ມີຄວາມສຳຄັນຫຼາຍຕໍ່ການຟື້ນຕົວເສດຖະກິດຂອງ ສປປ ລາວ ພວກເຮົາຕ້ອງຊຸກຍູູ້ອັດຕາການສັກວັກຊີນໃຫ້ໄດ້ເຖີງ 100% ເພື່ອບັນລຸເປົ້າໝາຍນີ້ ການນຳສະເໜີຜົນການສຳຫຼວດໃນມື້ນີ້ ໄດ້ສະແດງໃຫ້ເຫັນເເລ້ວວ່າ ພວກເຮົາຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອຈະບັນລຸເປົ້າໝາຍ ແລະ ຊ່ວຍໃຫ້ປະເທດລາວສາມາດຟື້ນຕົວຈາກວິກິດນີ້ ແລະ ເປີດປະເທດຄືນໃໝ່ໄດ້.

    ການທ່ອງທ່ຽວໃນ ສປປ ລາວ ບໍ່ພຽງເເຕ່ມີຄວາມສຳຄັນຕໍ່ເສດຖະກິດຂອງປະເທດເທົ່ານັ້ນ ເເຕ່ຍັງມີຄວາມສຳຄັນຕໍ່ການບັນລຸເປົ້້າໝາຍພັດທະນາແບບຍືນຍົງສຳລັບປີ 2030 ອີກດ້ວຍ ໂດຍສະເພາະຕໍ່ 17 ເປົ້າໝາຍການພັດທະນາແບບຍືນຍົງ ລວມທັງການສະໜອງໂອກາດໃຫ້ແກ່ເດັກນ້ອຍ ຊາວໜຸ່ມ ແມ່ຍິງ ແລະ ຊຸມຊົນ ແລະ ການອານຸຮັກ ສົ່ງເສີມມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາຂອງປະເທດ ການເປີດປະເທດຄືນໃໝ່ ຈະຊ່ວຍຟື້ນຟູການທ່ອງທ່ຽວເພື່ອສ້າງແຫຼ່ງລາຍຮັບໃຫ້ເເເກ່ ສປປ ລາວ ເເລະ ເພື່ອບັນລຸໄດ້ຈຸດເປົ້້າໝາຍນີ້ ຈຳເປັນຕ້ອງຜັນຂະຫຍາຍການບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ທົ່ວເຖີງ ເເລະ ຕ້ອງຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະ ໃນພື້ນທີ່ທ່ອງທ່ຽວສີຂຽວ.

    ທ່ານນາງ ດຣ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການອຸຍນີເຊັບປະຈຳລາວ ກ່າວວ່າ: ຜົນການສຳຫຼວດນີ້ ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຂອງໂຄງການ “ລາວຮ່ວມໃຈສັກວັກຊີນ” ຍຸດທະສາດ ແລະ ການລົງທຶນຂອງລັດຖະບານລາວ ນອກນັ້ນ ຜົນສຳເລັດດັ່ງກ່າວຄົງຈະເປັນໄປບໍ່ໄດ້ ຖ້າບໍ່ມີການສະໜັບສະໜູນຈາກຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງທຸກທ່ານ ໂດຍສະເພາະ ໃນການປະກອບ ສ່ວນວັກຊີນຜ່ານໂຄງການ COVAX Facility ແລະ ການສະໜັບສະໜູນການໂຄສະນາເຜີຍແຜ່ການໃຫ້ວັກຊີນໃນ 18 ແຂວງຂອງ ສປປ ລາວ ພວກເຮົາແຕ່ລະຄົນ ສາມາດປະກອບສ່ວຍເຂົ້າໂຄງການ “ລາວຮ່ວມໃຈສັກວັກຊີນ” ເເລະ ແບ່ງປັນຜົນສໍາເລັດກັບທຸກຄົນໃນສັງຄົມລາວໄດ້.

    ອີງຕາມຜົນການສໍາຫຼວດຂອງກະຊວງສາທາລະນະສຸກ ແລະ ອົງການຢູນີເຊັບ ພື້ນທີ່ທ່ອງທ່ຽວສີຂຽວ ປະກອບມີ ນະຄອນຫຼວງວຽງຈັນ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ໄດ້ບັນລຸອັດຕາການສັກວັກຊີນເຖີງ 99,67% ເເລະ ປະຊາຊົນທີ່ອາໄສຢູ່ໃນເຂດດັ່ງກ່າວ ສະແດງຄວາມຮູ້ໃນລະດັບສູງກ່ຽວກັບມາດຕະການປ້ອງກັນໂຄວິດ-19 ການສຳຫຼວດດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງເດືອນມັງກອນຫາມີນາ 2022 ຜ່ານມາ ເເລະ ໄດ້ສະແດງໃຫ້ເຫັນເຖີງອັດຕາການສັກວັກຊີນໃນພື້ນທີ່ທ່ອງທ່ຽວສີຂຽວທີ່ມີລະດັບສູງເຖີງ 99.67% ນອກນັ້ນ ການສຳຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທີ່ອາໄສຢູ່ໃນເຂດດັ່ງກ່າວນັ້ນມີຄວາມຮູ້ກ່ຽວກັບມາດຕະການ ປ້ອງກັນພະຍາດໂຄວິດ-19 ໃນລະດັບສູງພຽງພໍ ໂດຍມາດຕະການປ້ອງກັນທີ່ຜູ້ເຂົ້າຮ່ວມການສໍາຫຼວດໄດ້ກ່າວມານັ້ນ ລວມມີ: ການຫຼີກເວັ້ນການຈັບມື 85% ການໃສ່ຜ້າອັດປາກ 58,9% ການໝັ່ນລ້າງມືເປັນປະຈຳ 18,2%  ແລະ  ການຫຼີກລ່ຽງການດື່ມເຫຼົ້າ 16,5 % ການສໍາຫຼວດຍັງຊີ້ໃຫ້ເຫັນແຫຼ່ງຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19 ທີ່ປະຊາຊົນລາວນຳໃຊ້ ໂດຍຜູ້ເຂົ້າຮ່ວມສ່ວນໃຫຍ່ 85% ເເມ່ນນໍາໃຊ້ເຟສບຸກ ໃນການເສບຂ່າວສານກ່ຽວກັບໂຄວິດ-19 ໃນນັ້ນ 78,7% ໄດ້ຮັບຂ່າວສານກ່ຽວກັບໂຄວິດ-19 ຈາກບ່ອນເຮັດວຽກ/ເພື່ອນຮ່ວມງານ ແລະ 41,3% ເເມ່ນໄດ້ຮັບຂ່າວຈາກໂທລະໂຄ່ງບ້ານ.

# ຂ່າວ – ພາບ : ບຸນມີ

error: Content is protected !!