ທ່ານ ປອ ສຸກສົມພອນ ອະໂນໄທ ຖືກແຕ່ງຕັ້ງເປັນຫົວໜ້າພະແນກ ສກຂ ສະຫວັນນະເຂດຜູ້ໃໝ່

ວັນທີ 27 ເມສາ 2022 ຜ່ານມາ ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກີລາ (ສກຂ) ສະຫວັນນະເຂດ ຈັດພິທີແຕ່ງຕັ້ງທ່ານ ປອ ສຸກສົມພອນ ອະໂນໄທ ເປັນຫົວໜ້າພະແນກ ສກຂ ສະຫວັນນະເຂດຜູ້ໃໝ່ ໂດຍມີທ່ານ ພູວັງເກດ ແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດພັກ-ພະນັກງານ ພ້ອມດ້ວຍໜ້າກົມຈັດຕັ້ງພັກ-ພະນັກງານ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ (ສສກ) ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ສີອຸດອນ ທອງສຸວັນ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ໄດ້ຜ່ານບົດລາຍງານການເຄື່ອນໄຫວນຳພາ-ຊີ້ນຳ ວຽກງານໃນໄລຍະຜ່ານມາ ເຊິ່ງເຫັນວ່າສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານ ເຮັດໃຫ້ວຽກງານໃນຂົງເຂດການສຶກສາ-ກີລາ ໄດ້ຮັບການພັດທະນາ ແລະ ບັນລຸຕາມແຜນການທີ່ວາງໄວ້ ຄຽງຄູ່ກັນນີ້ ຍັງມີບາງດ້ານທີ່ຕ້ອງໄດ້ພ້ອມກັນສືບຕໍ່ແກ້ໄຂໃນຕໍ່ໜ້າ.

    ໃນພິທີ ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ວ່າດ້ວຍການອະນຸມັດອອກພັກການ ເພື່ອຮັບອຸດໜູນບຳນານ ໃນນີ້ ໄດ້ຕົກລົງເຫັນດີໃຫ້ທ່ານ ສີອຸດອນ ທອງສຸວັນ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ແລະ ທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງອອກພັກການ-ຮັບອຸດໜູນບຳນານນັບແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ ພ້ອມນີ້ ກໍຍັງໄດ້ມີການມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງ ສສກ ໃຫ້ແກ່ທັງສອງທ່ານທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ໃນຂົງເຂດການສຶກສາ-ກີລາ ຕະຫຼອດໄລຍະຜ່ານມາ ພ້ອມຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ ໂດຍທ່ານເຈົ້າແຂວງສະຫວັນນະເຂດໄດ້ຕົກລົງແຕ່ງຕັ້ງທ່ານ ປອ ສຸກສົມພອນ ອະໂນໄທ ຄະນະບໍດີຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ ເປັນຫົວໜ້າພະແນກ ສກຂ ສະຫວັນນະເຂດ ຜູ້ໃໝ່ ພ້ອມທັງໃຫ້ປະຕິບັດຕຳແໜ່ງບໍລິຫານປະເພດ 2 ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກ ສກຂ ຕົກລົງແຕ່ງຕັ້ງສະຫາຍ ປອ ສຸກສົມພອນ ອະໂນໄທ ເປັນເລຂາຄະນະພັກຮາກຖານ ພະແນກ ສກຂ ເພື່ອທົດແທນຕຳແໜ່ງໃນຄະນະພັກຮາກຖານທີ່ຫວ່າງລົງ.

error: Content is protected !!