ຄຕພ ຕີລາຄາວຽກງານກວດກາ ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຄະ​ນະ​ພົວ​ພັນ​ຕ່າງ​ປະເທດ​ສູນ​ກາງ​ພັກ (ຄຕພ) ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2021 ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ແລະ  ໜັກແໜ້ນ ໃຫ້ 6 ໜ່ວຍທີ່ຂຶ້ນກັບອົງຄະນະພັກ ຄຕພ ຂຶ້ນໃນວັນທີ ວັນ​ທີ 27 ເມສາ 2022 ຢູ່ຄະນະດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ຫົວ​ໜ້າ​ຄະນະພົວພັນຕ່າງປະເທດສູນກາງພັກ ມີບັນດາສະຫາຍໃນຄະນະພັກ ບັນດາຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າ​ຮ່ວມ.

     ໃນພິທີ ສະຫາຍ ສົມພອນ ສີຈະເລີນ ຮອງເລຂາຄະນະພັກ ຮອງຫົວໜ້າ ຄຕພ ປະທານກວດກາຄະນະພັກ ໄດ້ໃຫ້ກຽດເຜີຍແຜ່ບົດສະຫຼຸບຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ lV ຈາກນັ້ນສະຫາຍ ນາງ ພອນດາວັນ ພິນສະຫວັນ ຫົວໜ້າຫ້ອງການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກວດກາພັກ-ລັດ  ແລະ  ປະເມີນຜົນການຮັກສານາມມະຍົດໜ່ວຍພັກປອດໃສ  ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງ ຄຕພ.

    ໃນຕອນທ້າຍ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ໃຫ້ແກ່ 6 ໜ່ວຍພັກ ພ້ອມທັງໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ໂດຍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງທັງ 6 ໜ່ວຍພັກ ທີ່ໄດ້ມີຄວາມພະຍາມ ແລະ ເຊີດຊູຄວາມຮັບຜິດຊອບສູງໃນການຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ເຊິ່ງເປັນຄັ້ງທີ  3 ຂອງບັນດາໜ່ວຍພັກອ້ອມຂ້າງ ອົງຄະນະພັກ ຄຕພ ໃນການຮັກສານາມມະຍົດດັ່ງກ່າວ ແລະ  ເຊື່ອໝັ້ນວ່າ ບັນດາໜ່ວຍພັກດັ່ງກ່າວຈະສືບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃນປີຕໍ່ໄປ ຮຽກຮ້ອງໃຫ້ບັນດາພະນັກງານສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ບົດບາດເປັນແບບຢ່າງນຳໜ້າພາທາງ ມີສະຕິຕໍ່ການຈັດຕັ້ງຢືນຢູ່ແຖວໜ້າຂອງທຸກຂະບວນການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກຄັ້ງທີ II ແລະ ແຜນພັດທະນາຂອງຄະນະພົວພັນຕ່າງປະເທດສູນກາງພັກ (2021-2025) ໃຫ້ບັນລຸຄາດໝາຍທີ່ວາງໄວ້.

# ຂ່າວ-ພາບ: ຄ​ຕ​ພ

error: Content is protected !!