ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ອົງຄະນະພັກ ສວສສຊ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄຂຂຶ້ນຢ່າງເປັນທາງການໃນວັນທີ 28 ເມສາ 2022 ຢູ່ຫ້ອງວ່າການສູນກາງພັກ (ຫຼັກ 6) ໂດຍການເປັນປະທານຂອງສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ແລະ ແຂກທີ່ຖືກເຊີນ.

    ກອງປະຊຸມຈະດຳເນີນເປັນວາລາ 1 ວັນ ໂດຍຈະໄດ້ຮັບຟັງການລາຍງານ ແລະ ປະກອບຄຳຄິດເຫັນໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທິດທາງຄາດໝາຍສູ້ຊົນກ່ຽວກັບວຽກງານກໍ່ສ້າງພັກ ພະນັກງານ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າໄລຍະ 5 ປີຜ່ານມາ (2016-2021) ຮັບຟັງລາຍງານ ແລະ ບົດປະກອບຄໍາເຫັນຈາກຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ເຊິ່ງລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ ລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ Xແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ເຂົ້າໃນຂົງເຂດການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຍິ່ງຂຶ້ນ.

     ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາວຽງການ ພ້ອມນັ້ນ ຍັງຈະໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄຳພັນ ພົມມະທັດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະພັກຊຸດໃໝ່ຕື່ມອີກ.

.

# ຂ່າວ – ພາບ : ລັດເວລາ

error: Content is protected !!