ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 369 ກໍລະນີ ເສຍຊີວິດອີກ 2

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຮັບຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ປະຈໍາວັນທີ 28 ເມສາ ປີ 2022 ວ່າ: ວັນທີ 27 ເມສາ 2022  ໄດ້ກວດວິເຄາະທັງໝົດ 2.228 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 369 ຄົນ (ຕິດເຊື້ອພາຍໃນ 358 ຄົນ ແລະ ນໍາເຂົ້າ 11 ຄົນ) ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 206.881 ຄົນ (ຕິດເຊື້ອພາຍໃນ 190.969 ຄົນ ແລະ ນໍາເຂົ້າ 15.912 ຄົນ ) ອອກໂຮງໝໍວັນທີ 27 ເມສາ 2022 ມີ 46 ຄົນ ກຳລັງປິ່ນປົວ 1.194 ຄົນ ແລະ ເສຍຊີວິດສະສົມທັງໝົດ 739 ຄົນ (ເສຍຊີວິດໃໝ່ 2 ຄົນ ຢູ່ຄຳມ່ວນ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ).

    ສຳລັບຜູ້ຕິດເຊື້ອພາຍໃນໃໝ່ໃນປະເທດ ຈຳນວນ 457 ຄົນ ແມ່ນມາຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຄື: ນະຄອນຫຼວງ 232 ຄົນ ວຽງຈັນ 29 ຄົນ ຫຼວງພະບາງ 15 ຄົນ ໄຊຍະບູລີ 12 ຄົນ ອັດຕະປື 12 ຄົນ ສະຫັວນນະເຂດ 11 ຄົນ ຄໍາມ່ວນ 8 ຄົນ ອຸດົມໄຊ 8 ຄົນ ເຊກອງ 8 ຄົນ ຊຽງຂວາງ 6 ຄົນ ບໍ່ແກ້ວ 3 ຄົນ ບໍລິຄໍາໄຊ 3 ຄົນ ໄຊສົມບູນ 3 ຄົນ ຈໍາປາສັກ 2 ຄົນ ຫຼວງນໍ້າທາ 2ຄົນ ສາລະວັນ 2 ຄົນ ຜົ້ງສາລີ 1 ຄົນ ຫົວພັນ 1 ຄົນ ສ່ວນການຕິດເຊື້ອນໍາເຂົ້າ ມີ 11 ຄົນ ຈາກນະຄອນຫຼວງ 2 ຄົນ ສະຫັວນນະເຂດ 7 ຄົນ ແລະ ຈໍາປາສັກ 2 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ຈຸດບໍລິການເກັບຕົວຢ່າງເພື່ອກວດຫາເຊືື້ອໂຄວິດ-19 ໃນທົ່ວປະເທດ ຢູ່ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ສ່ວນຢູ່ນະຄອນຫຼວງວຽງຈັນ  ທ່ານສາມາດໄປເກັບຕົວຢ່າງໄດ້ທີ່ໂຮງໝໍສູນກາງ (ມະໂຫສົດ ມິດຕະພາບ ເສດຖາທິລາດ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂຮງໝໍ 103 ໂຮງໝໍ 5 ເມສາ) ນອກຈາກນັ້ນ ພວກເຮົາກໍຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

   ຈຸດບໍລິການສັກວັກຊີນຢູ່ທົ່ວປະເທດມີລາຍລະອຽດດັ່ງນີ້: ຢູ່ບັນດາແຂວງ ແມ່ນບໍລິການຢູ່ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້ ຢູ່ນະຄອນຫຼວງວຽງຈັນມີ: ຈຸດບໍລິການໃນສະຖານທີ່ໂຮງໝໍສູນກາງ (ມະໂຫສົດ ມິດຕະພາບ ເສດຖາທິລາດ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່ ໂຮງໝໍ 103 ໂຮງໝໍ 5 ເມສາ) ໂຮງໝໍເມືອງ 9 ຕົວເມືອງ ນອກນັ້ນ ຍັງມີຈຸດບໍລິການວັກຊີນ ເປີດໃຫ້ບໍລິການທ່ານຄື ວັດຈີນດົງປ່າແຫຼບ (ຈັນ ຫາ ສຸກ ໃນໂມງລັດຖະການ) ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ ເມືອງຈັນທະບູລີ (ຈັນ ຫາ ພະຫັດ ເປີດບໍລິການໃນໂມງລັດຖະການ).

    ສຳລັບອັດຕາການປົກຄຸມການສັກວັກຊີນໃນ ສປປ ລາວ ຮອດປັດຈຸບັນ: ເຂັມ 1 ໄດ້ 5.771.724 ເຂັມ (ກວມເອົາ 78.66% ຂອງປະຊາກອນ) ແລະ ທຸກເຂັມທີ່ແນະນໍາ 4.861.601 ເຂັມ (ກວມເອົາ 66,25% ຂອງປະຊາກອນ) ເຂັມທີ່ກະຕຸ້ນ ຫຼື ເຂັມ 3 ສັກໄດ້ 19,1% ເຂັມ 4 ສັກໄດ້ 0,9% ຂອງປະຊາກອນ ອາຍຸ 6–11 ປີ ສັກ ເຂັມທີ 1 ໄດ້ 670.001 ເຂັມ ຫຼື ເທົ່າກັບ 71,6% ຂອງປະຊາກອນກຸ່ມດັ່ງກ່າວ ເຂັມທີ 2 ສັກໄດ້ 299.171 ຫຼື ເທົ່າກັບ 32% ຂອງປະຊາກອນກຸ່ມດັ່ງກ່າວ ອາຍຸ 12-17 ປີ ສັກໄດ້ເຂັມທີ 1 ໄດ້ 640.618 ເຂັມ ຫຼື ເທົ່າກັບ 74% ຂອງປະຊາກອນກຸ່ມດັ່ງກ່າວ ເຂັມທີ 2 ສັກໄດ້ 500.044 ເຂັມ ຫຼື ເທົ່າກັບ 57,7% ຂອງປະຊາກອນກຸ່ມດັ່ງກ່າວ.

# ຂ່າວ – ພາບ : ສີພອນ ຈັນທະດາລາ

error: Content is protected !!