ຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນເມສາ 2022

    ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ   ໄດ້ຖະແຫຼງຂ່າວຜົນສໍາເລັດກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນເມສາ 2022 ໃນວັນທີ 27 ເມສາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ເຊິ່ງກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 26 ແລະ ປິດລົງໃນຕອນແລງຂອງວັນທີ 27 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ຄົົ້ນຄວ້າ ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນໃນການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

    1. ກອງປະຊຸມໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານເດືອນເມສາ ແລະ ຮັບຮອງເອົາແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມເດືອນພຶດສະພາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນໍາໄປປັບປຸງຄືນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ລວມທັງວຽກຈຸດສຸມສຳລັບເດືອນຕໍ່ໄປ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນ ສົມບູນຂຶ້ນຕື່ມ ແລະ ໃຫ້ກຳນົດເຂົ້າໃນມະຕິກອງປະຊຸມລັດຖະບານ ປະຈຳເດືອນເມສາ 2022 ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນນຳໄປຈັດຕັ້ງຜັນຂະຫຍາຍ ພ້ອມກັນນີ້ ໄດ້ຊີ້ນຳໃຫ້ບັນດາກະຊວງ ອົງການ ສືບຕໍ່ເປັນເຈົ້າການໃນການແກ້ໄຂບັນຫາ ຕາມສິດຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນການປະຕິບັດວຽກງານໃຫ້ສຳເລັດຕາມແຜນທີ່ວາງໄວ້.

   2. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດໝົດປີ 2021 ໂດຍມອບໃຫ້ກະຊວງແຜນການ ແລະ ການລົງທຶນ ນຳໄປປັບປຸງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະໂຄງຮ່າງບົດສະຫຼຸບ ປັບປຸງເນື້ອໃນໃຫ້ມີຄວາມໜັກແໜ້ນ ຄົບຖ້ວນ ຊັດເຈນ ໂດຍສະເພາະ ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ສາເຫດທີ່ແທ້ຈິງ  ທີ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນມີຜົນສຳເລັດ  ລື່ນຄາດໝາຍ ຫຼື ບໍ່ບັນລຸຕາມຄາດໝາຍ ທີ່ສະພາແຫ່ງຊາດໄດ້ຮັບຮອງ.

    3. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ (ສະບັບປັບປຸງ) ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ໂຄງສ້າງລາຄາໃຫ້ສອດຄ່ອງຕາມແນວທາງ ແລະ ນະໂຍບາຍລວມຂອງພັກ-ລັດ ຄຽງຄູ່ກັບການຮັບປະກັນໃຫ້ລັດວິສາຫະກິດນ້ຳປະປາລາວ ກໍຄືຜູ້ປະກອບການດ້ານນີ້ ສາມາດເຄື່ອນໄຫວກຸ້ມຕົນເອງໄດ້ ພ້ອມກັນນີ້ ໃຫ້ຄົ້ນຄວ້າຕື່ມ ຄວນແມ່ນຂັ້ນໃດເປັນຜູ້ຮັບຮອງລາຄານ້ຳປະປາ.

    4. ກອງປະຊຸມໄດ້ເຫັນດີດ້ານຫຼັກການ ຮັບຮອງຮ່າງດຳລັດຄື:

    1 ຮ່າງດໍາລັດວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ ແລະ 2 ຮ່າງດຳລັດວ່າດ້ວຍກອງທຶນກິລາ-ກາຍະກຳ ແລະ ໄດ້ມອບໃຫ້ຄະນະຮັບຜິດຊອບ ສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງນິຕິກຳ ການນຳໃຊ້ສັບພາສາໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຕົວຈິງ ເນື້ອໃນສອດຄ່ອງກັບບັນດາກົດໝາຍທີ່ໄດ້ປະກາດນຳໃຊ້ແລ້ວ ບົນພື້ນຖານຊຸກຍູ້ສົ່ງເສີມ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງວຽກງານ ທັງໃຫ້ເນື້ອໃນມີຄວາມລະອຽດ ຈະແຈ້ງ ຮັດກຸມ ແລະ ສົມບູນຂຶ້ນຕື່ມ.

    5. ກອງປະຊຸມໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນພັດທະນາຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2021-2025 ແລະ ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ນິຍາມເພີ່ມຕື່ມບາງຄຳສັບ ຮູບແບບການຂຽນ ການກຳນົດມາດຕະການແຕ່ລະໄລຍະ ການຈັດລຽງບູລິມະສິດ ຂົງເຂດທີ່ຈະຊຸກຍູ້ສົ່ງເສີມ ການກຳນົດຄາດໝາຍບາງດ້ານໃຫ້ມີຕົວຊີ້ວັດທີ່ຈະແຈ້ງ ຈຳກັດໄດ້ຊ່ອງຫວ່າງການສວຍໂອກາດນຳໃຊ້ນະໂຍບາຍສົ່ງເສີມທີ່ບໍ່ຖືກເປົ້າໝາຍ ເອົາໃຈໃສ່ຂອດທີ່ຕິດພັນກັບການພັດທະນາ ໂດຍສະເພາະການສ້າງຈິດສຳນຶກແຕ່ຫົວທີ ດ້ານຄ່ານິຍົມໃຫ້ແກ່ສັງຄົມຕໍ່ອາຊີບ ແລະ ຂົງເຂດວຽກງານຕ່າງໆ ທັງນີ້ ເພື່ອແນໃສ່ເຮັດໃຫ້ວິສາຫະກິດທຸກລະດັບມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຂັ້ມແຂງ ແລະ ຍືນຍົງ.

    6. ກອງປະຊຸມໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ຂອງຜູ້ອອກແຮງງານ ແລະ ໄດ້ເຫັນດີດ້ານຫຼັກການໃຫ້ມີການປັບຄ່າແຮງຂັ້ນຕ່ຳໃໝ່ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປຶກສາຫາລືກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດທີ່ມີການໃຊ້ແຮງງານຈຳນວນຫຼວງຫຼາຍຕື່ມອີກ ກ່ຽວກັບອັດຕາຄ່າແຮງງານຂັ້ນຕ່ຳໃໝ່ ແລະ ກຳນົດເວລາເລີ່ມຕົ້ນຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ ຈາກນັ້ນ ນຳໄປລາຍງານໃນກອງປະຊຸມສູນກາງໃນເດືອນພຶດສະພາ 2022 ເພື່ອຂໍການຊີ້ນຳ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.

   7. ກອງປະຊຸມໄດ້ຮັບຟັງການການລາຍງານກ່ຽວກັບການກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານດັ່ງກ່າວ ພ້ອມທັງຊີ້ນໍາໃຫ້ກະຊວງການຕ່າງປະເທດສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ແຕ່ງຕັ້ງບັນດາອະນຸກໍາມະການຮັບຜິດຊອບດ້ານຕ່າງໆ ແລ້ວມີການປຶກສາຫາລື ລົງເລິກກະກຽມບັນດາໜ້າວຽກລະອຽດຕົວຈິງຕື່ມອີກ ມີການແບ່ງຄວາມຮັບຜິດຊອບຈະແຈ້ງ ພ້ອມດຽວກັນນີ້ ກໍໃຫ້ຖອດຖອນບົດຮຽນການເປັນປະທານອາຊຽນຂອງປະເທດເຮົາ ກໍຄືບັນດາປະເທດຕ່າງໆໃນຄັ້ງຜ່ານໆມາ.

    ສຳລັບທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022, ກອງປະຊຸມ ໄດ້ມີທິດຊີ້ນຳ ດັ່ງນີ້:

  1. ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ມີຜົນໄດ້ຮັບຕົວຈິງຫຼາຍຂື້ນກວ່າເກົ່າ ໃນນັ້ນ ໃຫ້ສຸມໃສ່ບາງວຽກງານຈໍານວນໜຶ່ງດັ່ງນີ້:

   ສຸມໃສ່ການເກັບລາຍຮັບງົບປະມານຂອງລັດໃຫ້ໄດ້ຕາມແຜນການທີ່ວາງໄວ້ ໃນນັ້ນ ໃຫ້ສຸມໃສ່ຄົ້ນຄວ້າແຫຼ່ງລາຍຮັບໃໝ່ ແລະ ການຫັນການເກັບລາຍຮັບເປັນທັນສະໄໝ ໂດຍສະເພາະການຫັນການເກັບລາຍຮັບຢູ່ບັນດາດ່ານສາກົນທົ່ວປະເທດ.

    ສືບຕໍ່ຕິດຕາມ ແລະ ຊຸກຍູ້ການເຮັດທົດລອງການຂຸດຄົ້ນແຮ່ທາດ ໂດຍຊຸກຍູ້ໃຫ້ບັນດາບໍລິສັດທີ່ໄດ້ຮັບອະນຸຍາດເຮັດທົດລອງແຮ່ເຫຼັກ ຮີບຮ້ອນດໍາເນີນການຂຸດຄົ້ນ ແລະ ສົ່ງອອກ ເພື່ອໃຫ້ສາມາດເກັບລາຍຮັບໄດ້ໄວ ພ້ອມກັນນັ້ນ ໂຄງການໃດທີ່ມີການທັບຊ້ອນເນື້ອທີ່ ກໍໃຫ້ແກ້ໄຂຢູ່ຂັ້ນຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດກ່ອນ ຈຶ່ງສະເໜີລັດຖະບານພິຈາລະນາ.

   ສືບຕໍ່ປະຕິຮູບບັນດາບໍລິສັດ ລັດວິສາຫະກິດ ຕາມມະຕິຂອງລັດຖະບານ ສະບັບເລກທີ 10/ລບ ລົງວັນທີ 15 ຕຸລາ 2021 ໃຫ້ສໍາເລັດໂດຍໄວ ໃນນັ້ນ ໃຫ້ສຸມໃສ່ປະຕິຮູບລັດວິສາຫະກິດໄຟຟ້າລາວ ລັດວິສາຫະການບິນລາວ ປັບປຸງຮູບແບບການເຄື່ອນໄຫວ ແລະ ການດໍາເນີນທຸລະກິດຂອງລັດວິສາຫະກິດຫວຍພັດທະນາລາວ ເພື່ອເຮັດໃຫ້ການເກັບລາຍຮັບເພີ່ມຂື້ນ.

   ສືບຕໍ່ປະຕິບັດນະໂຍບາຍປະຢັດ ໂດຍສະເພາະການປະຢັດລາຍຈ່າຍບໍລິຫານ ລາຍຈ່າຍສໍາລັບການຈັດຊື້ຖ້າບໍ່ຈໍາເປັນແທ້ກໍໃຫ້ເລື່ອນໄປກ່ອນ ການເຄື່ອນໄຫວວຽກງານຢູ່ຕ່າງປະເທດຖ້າບໍ່ຈໍາເປັນແທ້ ກໍອາດມອບໃຫ້ເອກະອັກຄະລັດຖະທູດຂອງ ສປປ ລາວ ທີ່ຢູ່ປະເທດນັ້ນເຂົ້າຮ່ວມແທນ ຫຼື ເຂົ້າຮ່ວມໃນຮູບແບບກອງປະຊຸມທາງໄກ ພ້ອມກັນນັ້ນ ກໍຮີບຮ້ອນຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດໃຫ້ເປັນຮູບປະທໍາໂດຍໄວ.

   ສືບຕໍ່ປັບປຸງສະພາບແວດລ້ອມການລົງທຶນໃຫ້ດີກວ່າເກົ່າ ເພື່ອດຶງດູດນັກລົງທຶນຕ່າງປະເທດເຂົ້າມາ ສປປ ລາວ ຫຼາຍຂື້ນ ຊຸກຍູ້ບັນດາໂຄງການລົງທຶນຂະໜາດໃຫຍ່ ໂດຍສະເພາະໂຄງການກໍ່ສ້າງທາງດ່ວນ ເຂດເສດຖະກິດພິເສດ ແລະ ໂຄງການສໍາຄັນອື່ນໆໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

   ຮີບຮ້ອນກໍານົດ ແລະ ຈັດຕັ້ງປະຕິບັດມາດຕາການຕ່າງໆໃນການຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະຖຽນລະພາບ ໂດຍໃຫ້ມີມາດຕະການສະເພາະໜ້າ ມາດຕະການໄລຍະກາງ ແລະ ໄລຍະຍາວ ທັງມີກົນໄກ ແລະ ວິທີການຄຸ້ມຄອງໃຫ້ລະອຽດ ແລະ ຮັດກຸມ.

   ຮີບຮ້ອນກໍານົດມາດຕະການທີ່ຈໍາເປັນໃນການແກ້ໄຂ ການເພີ່ມຂື້ນຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.

   2. ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ ແລະ ອຸບັດເຫດຕາມຖະໜົນຫົນທາງ.

   3. ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າຕາມເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍກໍານົດບັນຊີໂຄງການຕົວຈິງທີ່ຈະສົ່ງເສີມ ແລະ ດຶງດູດການລົງທຶນໃຫ້ລະອຽດ.

   4. ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນເງື່ອນໄຂໃໝ່ ພ້ອມທັງຮີບຮ້ອນຈັດຕັ້ງປະຕິບັດມາດຕາການຜ່ອນຜັນ ສໍາລັບການເຂົ້າ-ອອກ ສປປ ລາວ ເພື່ອເປີດຮັບນັກທ່ອງທ່ຽວ ໂດຍໃຫ້ເບິ່ງບົດຮຽນຂອງບັນດາປະເທດອ້ອມຂ້າງ ແລະ ຮັບປະກັນກະກຽມຄວາມພ້ອມຂອງແຕ່ລະພາກສ່ວນ ເພື່ອໃຫ້ສາມາດຟື້ນຟູເສດຖະກິດໄດ້ໄວຂື້ນ.

   5. ສືບຕໍ່ກະກຽມຄວາມພ້ອມ ກອງປະຊຸມສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ.

   6.ສືບຕໍ່ລົງຕິດຕາມ ຊຸກຍູ້ ແລະ ແກ້ໄຂວຽກງານຕົວຈິງຢູ່ທ້ອງຖິ່ນໃຫ້ເປັນປົກກະຕິ ຖ້າມີບັນຫາໃດຫຍຸ້ງຍາກກໍໃຫ້ຮີບຮ້ອນແກ້ໄຂໃຫ້ໄວ ໂດຍສະເພາະບັນຫາທີ່ຕິດພັນກັບການສົ່ງອອກສິນຄ້າ.

   7. ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມື ໃຫ້ແກ່ການສ້າງສາພັດທະນາປະເທດເຮົາ ພ້ອມດຽວກັນນີ້ ສຸມໃສ່ຈັດຕັ້ງປະຕິບັດຜົນການພົບປະລະຫວ່າງ ຜູ້ນໍາພັກ-ລັດ ປະເທດເຮົາ ກັບປະເທດເພືື່ອນມິດຕ່າງໆ ລວມທັງສົນທິສັນຍາທີ່ປະເທດເຮົາເປັນພາຄີ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

    ທັງໝົດທີ່ກ່າວມານັ້ນ ແມ່ນເນື້ອໃນຈິດໃຈສຳຄັນຕົ້ນຕໍ ແລະ ວຽກຈຸດສຸມຈຳນວນໜຶ່ງ ທີ່ໄດ້ຮ່ວມກັນປຶກສາຫາລືໃນກອງປະຊຸມລັດຖະບານສະໄໝສາມັນໃນສອງມື້ຜ່ານມານີ້.

# ຊີລິການດາ

error: Content is protected !!