ສ້າງຂະບວນການອະນາໄມຕ້ອນຮັບກໍາມະກອນສາກົນ

   ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງຕ້ອນຮັບວັນກໍາມະກອນສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886-1 ພຶດສະພາ 2022) ທີ່ໃກ້ຈະມາເຖິງນີ້ ສະນັ້ນ ສະຫະພັນກໍາມະບານເມືອງສັງທອງ ຈິ່ງໄດ້ສ້າງຂະບວນການອອກແຮງງານລວມອ້ອມບໍລິເວນສໍານັກງານປົກຄອງເມືອງ ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານທ່ານ ສີທອງ ວິລະຊົນແຫ່ງຊາດລາວ.

    ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມກັນອະນາໄມ ປັດກວາດໃບໄມ້ ເກັບມ້ຽນຂີ້ເຫຍື້ອບ່ອນທີ່ມັນຮົກເຮື້ອ ແລະ ຕັດແຕ່ງງ່າດອກໄມ້ໃຫ້ມັນຈົບງາມ ເຊິ່ງຂະບວນການດັ່ງກ່າວ ຈັດຂຶ້ນວັນທີ 28 ເມສາ 2022 ເຊິ່ງນໍາພາໂດຍ ທ່ານ ນາງ ຕຸ້ນ ວົງຄໍາຜາຍ ຮອງປະທານສະຫະພັນກໍາມະບານເມືອງສັງທອງ ມີບັນດາຄະນະປະທານສະຫະພັນກໍາມະບານເມືອງ ຮາກຖານກໍາມະບານ ພ້ອມດ້ວຍສະມາຊິກກໍາມະບານອ້ອມຂ້າງເມືອງສັງທອງເຂົ້າຮ່ວມ.

    # ຂ່າວ – ພາບ : ວຽງມາ

error: Content is protected !!