ດາວທຽມລາວ ສືບຕໍ່ຂະຫຍາຍການບໍລິການສັນຍານເຂົ້າໃນບັນດາ ຂະແໜງການຂອງພາກລັດ-ເອກະຊົນ

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ຈັດກອງປະຊຸມສະຫຼຸບວຽກງານການດໍາເນີນທຸລະກິດ ປະຈໍາປີ 2021 ແລະ ວາງທິດທາງແຜນການດໍາເນີນທຸລະກິດປະຈໍາປີ 2022 ຂຶ້ນໃນວັນທີ 28 ເມສາ 2022 ຢູ່ສະຖານີບັນຊາດາວທຽມພາກພື້ນດິນ ບ້ານນາໄຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເປັນ ປະທານຂອງທ່ານ ຫວູ ຟາງ ເຈຍ ຜູ້ອໍານວຍການໃຫຍ່ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ມີທ່ານບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາກົມທີ່ກ່ຽວຂ້ອງຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງອຸດສາຫະກໍາ ແລະ ການຄ້າ ກະຊວງການເງິນ ກະຊວງແຜນການ ແລະ ການລົງທືນ ບັນດາບໍລິສັດໄປສະນີ ແລະ ໂທລະຄົມ ພ້ອມດ້ວຍພະນັກງານພາຍໃນບໍລິສັດດາວທຽມລາວ ທີ່ຢູ່ສໍານັກງານໃຫຍ່ ແລະ ຫ້ອງການສາຂາ ຕ່າງແຂວງ ເຂົ້າຮ່ວມຜ່ານລະບົບ Video Conference ລວມທັງໝົດ 147 ທ່ານ.

    ທ່ານ ສີສັນ ປອງນະທີ ຮອງຜູ້ອໍານວຍການໃຫຍ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ຂຶ້ນລາຍງານບົດສະຫຼຸບການດໍາເນີນທຸລະກິດປະຈໍາປີ 2021 ແລະ ທິດທາງແຜນການດໍາເນີນທຸລະກິດ ປະຈໍາປີ 2022 ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງການດໍາເນີນທຸລະກິດໃນປີ 2021 ຈະພົບບັນຫາການຂາດທຶນ ຍ້ອນໄດ້ຮັບຜົນກະທົບຈາກສະພາບການລວມຢູ່ພາຍໃນ ແລະ ສາກົນ ເຊັ່ນ: ການແຜ່ລະບາດຂອງເຊື້ອ ພະຍາດໂຄວິດ-19 ເສດຖະກິດມະຫາພາກຂອງໂລກຕົກຕໍ່າ ແລະ ປັດໄຈທີ່ກວມລວມອື່ນໆ ເຊິ່ງໄດ້ເຮັດ ໃຫ້ການຂະຫຍາຍທຸລະກິດຢູ່ພາຍໃນ ແລະ ຕ່າງປະເທດຂອງບໍລິສັດພົບກັບຂໍ້ຫຍຸ້ງຍາກ ແຕ່ດ້ວຍຄວາມເອົາ ໃຈໃສ່ສະໜັບສະໜູນຂອງສອງລັດຖະບານລາວ-ຈີນ ແລະ ສະພາບໍລິຫານ ບໍລິສັດ ດາວທຽມລາວ ໄດ້ຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ແລະ ໄດ້ຕັ້ງໜ້າເອົາໃຈໃສ່ພັດທະນາທຸລະກິດດ້ວຍການຂຸດຄົ້ນທຸກທ່າ ແຮງທີ່ມີຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດສ່ວນແບ່ງຕະຫຼາດການເຊົ່າຊ່ອງສັນຍານດາວ ທຽມຢູ່ພາຍໃນ ແລະ ຕ່າງປະເທດ ການຂະຫຍາຍຖານລູກຄ້າຮັບຊົມໂທລະພາບຜ່ານດາວທຽມລາວ ຢູ່ພາຍໃນ ແລະ ຕ່າງປະເທດ ການພັດທະນາທຸລະກິດອີນເຕີເນັດ ທຸລະກິດສູນຝາກຂໍ້ມູນ (data center) IPTV TVPC ຊ່ອງໂທລະພາບ ແລະ ທຸລະກິດວິສາວະກໍາໄອຊີທີ. ພ້ອມກັນນັ້ນ ບໍລິສັດຍັງໄດ້ເພີ່ມທະວີການ ຮ່ວມມືກັບບັນດາລັດວິສາຫະກິດ ແລະ ບໍລິສັດທີ່ມີເງື່ອນໄຂທາງດ້ານພື້ນໂຄງລ່າງ ແລະ ເງິນທຶນ ເພື່ອຮ່ວມກັນພັດທະນາ ແລະ ສ້າງມູນຄ່າຂອງທຸລະກິດດ້ວຍການແລກປ່ຽນການນຳໃຊ້ໂຄງລ່າງພື້ນຖານ ທີ່ມີຮ່ວມກັນ ເພື່ອໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນແມ່ນການຮ່ວມມືກັບບໍລິສັດໄຟຟ້າລາວ ບໍລິສັດທາງລົດໄຟ ລາວ-ຈີນ ບໍລິສັດລັດວິສາຫະກິດໄປສະນີລາວ ແລະ ບໍລິສັດໂທລະຄົມຈຳນວນໜຶ່ງ.

# ຂ່າວ – ພາບ :  ສີພອນ ຈັນທະດາລາ

error: Content is protected !!