ສສກ ຈັດການສອບເສັງນັກຮຽນເກັ່ງລະດັບຊາດທາງອອນລາຍ

    ພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ (ມ4 ແລະ ມ7) ສົກຮຽນ 2021-2022 ຈັດຂຶ້ນວັນທີ 28 ເມສາ 2022 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃຫ້ກຽດເປັນປະທານໂດຍທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ມີບັນດາຫົວໜ້າກົມ ຕາງໜ້າຈາກພະແນກ ສສກ ແຂວງ ຄະນະຮັບຜິດຊອບການສອບເສັງ ກໍາມະການຍາມຫ້ອງເສັງ ແລະ ນັກສອບເສັງຈາກ 17 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມຜ່ານລະບົບອອນລາຍ.

    ໂອກາດດັ່ງກ່າວ ທ່ານນາງ ຄໍາປະເສີດ ກິດຕິຍະວົງ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ໄດ້ລາຍງານຂະບວນການຈັດຕັ້ງການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດຄັ້ງນີ້ ແມ່ນເລືອກເອົາຮູບແບບການສອບເສັງແບບປະສົມອອນລາຍ ແລະ ອັອຟລາຍ ເພື່ອສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ລະດັບຊາດ ແລະ ຂອບເຂດເນື້ອໃນຫົວບົດສອບເສັງແມ່ນປະຕິບັດຕາມຫຼັກສູດພື້ນຖານ ທັງນີ້ ກໍ່ເພື່ອທົດສອບຄວາມຮູ້ ຄວາມສາມາດ ຄວາມສະຫຼາດ ແລະ ທັກສະຂອງນັກຮຽນໃນການຮຽນ ເພື່ອຊຸກຍູ້ຂະບວນການແຂ່ງຂັນທາງດ້ານການຮຽນ-ການສອນ ແຂ່ງຂັນກັນຕ້ານປາກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາ ວາງອອກ ຄື ສອນດີ-ຮຽນເກັ່ງ ແຂ່ງຂັນຕ້ານປາກົດການຫຍໍ້ທໍ້ໃນຂະແໜງການສຶກສາ ພ້ອມທັງແຂ່ງຂັນສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຮໍ່າຮຽນ ແລະ ສິດສອນ ເພື່ອສົ່ງເສີມນັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດໃຫ້ໄດ້ຮຽນໃນລະດັບສູງຂຶ້ນໄປເລື້ອຍໆ ແນໃສ່ໃຫ້ສາມາດເລືອກໄດ້ນັກຮຽນເກັ່ງໃນລະດັບປະເທດ ແລະ ສາມາດເຂົ້າຮ່ວມການແຂ່ງຂັນລະດັບສູງຂຶ້ນໃນເຂດພາກພື້ນ ແລະ ສາກົນ.

    ສໍາລັບການສອບເສັງນັກຮຽນເກັ່ງ ຂັ້ນ ມ.4 ແລະ ມ.7 ລະດັບຊາດໃນສົກນີ້ ແຕ່ະລະແຂວງໄດ້ຄັດເລືອກ ແລະ ສົ່ງນັກສອບເສັງເພື່ອເຂົ້າຮ່ວມແຂ່ງຂັນໃນ 4 ວິຊາ ຂອງແຕ່ລະຊັ້ນ ມ4 ແລະ ມ7 ວິຊາລະ 1 ຄົນຕໍ່ຊັ້ນ ຄື ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ ແລະ ເຄມີສາດ ໂດຍມີນັກສອບເສັງທັງໝົດ 144 ຄົນ.

    ທ່ານ ນາງ ປອ ສີສຸກ ວົງວິຈິດ ໄດ້ກ່າວໃຫ້ຮູ້ກ່ຽວກັບເຫດຜົນໃນການສອບເສັງນັກຮຽນເກັ່ງລະດັບຊາດໃນສົກຮຽນນີ້ ແມ່ນຍ້ອນສະພາບການຜ່ລະບາດຂອງພະຍາດໂຄວິດທີ່ຂະຫຍາຍເປັນວົງກວ້າງ ດັງນັ້ນ ທາງກະຊວງ ສສກ ຈຶ່ງໄດ້ຈັດສອບເສັງຜ່ານລະບົບອອນລາຍ ແລະ ອັອຟລາຍ ໃນໂອກາດດຽວກັນນີ້ໃທ່ານ ຍັງໄດ້ຮຽກຮ້ອງ ສຳລັບຄະນະກຳມະການ ອະນຸກຳມະການທຸກຝ່າຍ ຕ້ອງເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດໜ້າທີ່ຢ່າງທ່ຽງທຳ ແລະ ຮັບປະກັນຄວາມໂປ່ງໃສ ສຳລັບນັກສອບເສັງແຂ່ງຂັນ ຕ້ອງຊື່ສັດສຸດຈະລິດ ສຶກສາຫົວບົດໃຫ້ລະອຽດຖີ່ຖ້ວນແລ້ວຈຶ່ງຄ່ອຍຕອບ ກວດກາຄືນຄຳຕອບແຕ່ລະຂໍ້ ແລະ ເຮັດໃຫ້ແລ້ວທັນຕາມກຳນົດເວລາ ສິ່ງສຳຄັນ ຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ.

    # ຂ່າວ – ພາບ : ວຽງມາ

error: Content is protected !!