ສະພາບການຕິດເຊື້ອຢູ່ລາວເຮົາ ຍັງຕ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ

    ອີງຕາມບົດຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ປະຈໍາວັນທີ 27 ເມສາ 2022 ໃຫ້ຮູ້ວ່າ:  ວັນທີ 26 ເມສາ 2022  ໄດ້ກວດວິເຄາະໃນທົ່ວປະເທດທັງໝົດ 2.603 ຕົວຢ່າງ ແລະ ຜົນກວດ ພົບເຊື້ອ 470 ຄົນ ໃນນີ້ ຕິດເຊື້ອພາຍໃນ 457 ຄົນ ແລະ ນໍາເຂົ້າ 13 ຄົນ ເຮັດໃຫ້ມາຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 206.512 ຄົນ (ຕິດເຊື້ອພາຍໃນ 190.611 ຄົນ ແລະ ນໍາເຂົ້າ 15.901 ຄົນ) ອອກໂຮງໝໍວັນທີ 26 ເມສາຜ່ານມາ 48 ຄົນ ກຳລັງປິ່ນປົວ 1.213 ຄົນ ແລະ ເສຍຊີວິດສະສົມທັງໝົດ 738 ຄົນ (ເສຍຊີວິດໃໝ່ 2 ຄົນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອັດຕະປືແຂວງລະ 1 ຄົນ)

    ສຳລັບລາຍລະອຽດຜູ້ຕິດເຊື້ອພາຍໃນ 457 ຄົນ ແມ່ນຈາກນະຄອນຫຼວງວຽງຈັນ 266 ຄົນ ແຂວງສະຫັວນນະເຂດ 35 ຄົນ ວຽງຈັນ 34 ຄົນ ຫຼວງພະບາງ 18 ຄົນ ຈໍາປາສັກ 15 ຄົນ ອັດຕະປື 15 ຄົນ ໄຊຍະບູລີ 14 ຄົນ ຊຽງຂວາງ 11 ຄົນ ສາລະວັນ 10 ຄົນ ບໍລິຄໍາໄຊ 8 ຄົນ ຜົ້ງສາລີ 6 ຄົນ ອຸດົມໄຊ 6 ຄົນ ເຊກອງ 6 ຄົນ ຄໍາມ່ວນ 5 ຄົນ ໄຊສົມບູນ 3 ຄົນ ຫົວພັນ 3 ຄົນ ແລະ ແຂວງບໍ່ແກ້ວ 2 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າ 13 ຄົນແມ່ນຈາກນະຄອນຫຼວງ 9 ຄົນ ແຂວງສະຫັວນນະເຂດ 1 ຄົນ ແລະ ແຂວງ ຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ສະພາບການລະບາດພະຍາດໂຄວິດ-19 ຢູ່ລາວເຮົາ ຕົວເລກການຕິດເຊື້ອປະຈໍາວັນໄດ້ຄ່ອຍໆຫຼຸດລົງ ຈຳນວນທີ່ລາຍງານປະຈຳວັນມີພຽງແຕ່ຜູ້ຕິດເຊື້ອທີ່ໄປກວດຕາມສະຖານທີ່ບໍລິການ ແລະ ຜູ້ກວດດ້ວຍຕົນເອງທີ່ລາຍງານເຂົ້າລະບົບຂອງການລົງທະບຽນເອົາລະຫັດຄົນເຈັບ ແຕ່ສໍາລັບຜູ້ທີ່ຕິດເຊື້ອ ແລະ ບໍ່ມີອາການ ບາງກໍລະນີທີ່ຊື້ເຄື່ອງມາກວດເອງຢູ່ບ້ານ ບາງສ່ວນອາດຈະບໍ່ໄດ້ລາຍງານ ຫຼື ລົງທະບຽນ ອາດຈະມີການບົ່ມຊ້ອນການລະບາດຢູ່ໃນບາງເຂດທີ່ພວກເຮົາບໍ່ອາດຮູ້ໄດ້ ໂດຍລວມ ສະພາບການລະບາດໃນປະເທດແມ່ນຍັງຕ້ອງໄດ້ຕິດຕາມເພື່ອເຝົ້າລະວັງຢ່າງໃກ້ຊິດ.

   ປັດຈຸບັນ ປະເທດຂອງພວກເຮົາກໍກະກຽມໃນການເປີດເຂດການທ່ອງທ່ຽວສີຂຽວໄລຍະສອງຕາມແຜນການທີ່ໄດ້ວາງໄວ້ ທຸກພາກສ່ວນຕ້ອງໄດ້ມີການກະກຽມຄວາມພ້ອມ ຮອງຮັບໃຫ້ແກ່ການເປີດເຂດການທ່ອງທ່ຽວສີຂຽວດັ່ງກ່າວ ແລະ ປັດໄຈໜຶ່ງທີ່ສຳຄັນໃນການຮອງຮັບ ກໍແມ່ນການສ້າງພູມຄຸ້ມກັນໃຫ້ແກ່ບຸກຄົນ ເພື່ອເຮັດໃຫ້ມີພຸມຄຸ້ມໝູ່ໃນສັງຄົມ ນັ້ນກໍໝາຍເຖີງການສັກວັນຊີນປ້ອງກັນພະຍາດໂຄວິດ-19 ແມ່ນມີຄວາມຈໍາເປັນ ແລະ ເປັນການປ້ອງກັນທີ່ດີທີ່ສຸດ ດັ່ງນັ້ນ ໃຫ້ບັນດາທ່ານຈົ່ງນຳພາຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈໍາຕົວ ແລະ ທຸກກຸ່ມອາຍຸຕາມເປົ້າໝາຍທີ່ຢູ່ໃນຄອບຄົວທ່ານ ໄປຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ ລວມທັງເຂັມກະຕຸ້ນ ເພື່ອຫຼຸດຜ່ອນໂອກາດທີ່ຈະກ້າວໄປສູ່ອາການທີ່ຮຸນແຮງ ແລະ ເສຍຊີວິດມື່ອເກີດມີການຕິດເຊື້ອ.

# ລັດເວລາ

error: Content is protected !!