ປກສ ເມືອງຈັນທະບູລີ ຜັນຂະຫຍາຍວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ ຕິດພັນກັບກົດລະບຽບການສັນຈອນ

   ວັນທີ 26 ເມສາ 2022 ທີ່ໂຮງຮຽນມັດທະຍົມສຶກສາເຈົ້າອານຸວົງ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແກ້ໄຂບັນຫາຢາເສບຕິດ ຕິດພັນກັບກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງ ເຂົ້າຮ່ວມໃນພິທີມີທ່ານ ພັນໂທ ມີໄຊ ໄຊຍະສອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ທ່ານ ພັນໂທ ບຸນທັນ ເທບໄກສອນ ຫົວໜ້າ ປກສ ກຸ່ມ 1 ວັດຈັນ ທ່ານຮ້ອຍເອກ ສິງເພັດ ມະນີເລີດ ຮັບຜິດຊອບວຽກງານໂຄສະນາກົດລະບຽບຈະລາຈອນເມືອງຈັນທະບູລີ ທ່ານນາງ ແສ່ວທອງ ຄຳຊົມພູ ຜູ້ອຳນວຍການໂຮງຮຽນ ມສ ເຈົ້າອານຸວົງ ພ້ອມຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ອຳນາດການປົກຄອງບ້ານ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

    ການລົງເຄື່ອນໄຫວເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບຈະລາຈອນທາງບົກຢູ່ໂຮງຮຽນ ມສ ເຈົ້າອານຸວົງຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ຄູ-ອາຈານ ແລະ ນັກຮຽນໃນໂຮງຮຽນດັ່ງກ່າວມີຄວາມຮັບຮູ້ ເຂົ້າໃຈ ເຖິງຜົນຮ້າຍຂອງຢາເສບຕິດ ທີ່ເປັນອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ ຜົນຮ້າຍຕໍ່ຜູ້ຜະລິດ ປຸງແຕ່ງຊື້-ຂາຍ ຄອບຄອງເກັບຮັກສາ ນໍາເຂົ້າ-ສົ່ງອອກ ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ຜົນຮ້າຍຕໍ່ສັງຄົມ ແລະ ຜົນຮ້າຍຕໍ່ປະເທດຊາດ. ພ້ອມດຽວກັນນີ້ ທັງໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການໃຊ້ລົດ-ໃຊ້ຖະໜົນ ໃຫ້ມີຄວາມປອດໄພ ເປັນຕົ້ນ ການກວດກາສະພາບເຕັກນິກລົດ ການຮຽນຮູ້ປ້າຍເຕືອນ ປ້າຍຫ້າມ ແລະ ອື່ນໆຕາມເສັ້ນທາງ ການອອກລົດຈາກໄຟອໍານາດໃຫ້ມີຄວາມປອດໄພ ເພື່ອຫຼຸດຜ່ອນການເກີດອຸບັດເຫດ ບັນຫາອຸບັດເຫດໃນປັດຈຸບັນ ແມ່ນເກີດຂຶ້ນຫຼາຍ ຍ້ອນຄວາມປະໝາດໃນການໃຊ້ລົດ-ໃຊ້ຖະໜົນຂອງຜູ້ຂັບຂີ່ ເປັນຕົ້ນເມົາແລ້ວຂັບ ບໍ່ມີໃບອະນຸຍາດຂັບຂີ່ ອາຍຸກະສຽນບໍ່ເຖິງ ຂັບລົດໄວເກີນກໍານົດ ບໍ່ປ່ອຍສິດເຊິ່ງກັນ ແລະ ກັນ ລ່ວງໄຟອໍານາດ ແຊງທາງໂຄ້ງ-ແຊງບໍ່ຮັບປະກັນ ແລະ ອື່ນໆ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!