ໜ່ວຍຊາວໜຸ່ມ ສກຂ ຫົວພັນ ໄດ້ຮັບທຸງໄຊນຳໜ້າຂະບວນການ 4 ບຸກ

    ເມື່ອບໍ່ດົນຜ່ານມານີ້ ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາແຂວງຫົວພັນ (ສກຂ) ໄດ້ຈັດພິທີມອບ-ຮັບ ທຸງໄຊນຳໜ້າ ຄັ້ງທີ I ຂະບວນການ 4 ບຸກ ຂອງໜ່ວຍຊາວໜຸ່ມພະແນກ ສກຂ ໂດຍການເປັນປະທານຂອງສະຫາຍ ພູວົງ ອ່ອນແສນນາມ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາໜ່ວຍຊາວໜຸ່ມພະແນກ ສກຂ ມີສະຫາຍ ນາງ ແສງເພັດ ພິມມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ສະຫາຍ ລິນອານົງ ທອງຄຳມີ ຮອງເລຂາພັກຮາກຖານ ພະແນກ ສກຂ ພ້ອມດ້ວຍເລຂາຮາກຖານໜ່ວຍຊາວໜຸ່ມມາຈາກຫ້ອງວ່າການແຂວງ ໂຮງຮຽນອ້ອມຂ້າງແຂວງ ບັນກາສະຫາຍສະມາຊິກຊາວໜຸ່ມພາຍໃນໜ່ວຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ພູວົງ ອ່ອນແສນນາມ ໄດ້ຂຶ້ນຜ່ານບົດສະຫຼຸບ 4 ບຸກ ໃນການຈັດຕັ້ງປະຕິບັດໄລຍະ 3 ປີ ຜ່ານມາ ເຊິ່ງສາມາດສະຫຼຸບຕິລາຄາເຫັນໄດ້ເຖິງບັນດາຜົນງານຕ່າງໆຫຼາຍອັນພົ້ນເດັ່ນທີ່ຍາດມາໄດ້ ພ້ອມ ຍົກໃຫ້ເຫັນຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ ຕະຫຼອດໄລຍະຜ່ານມາ ຄະນະໜ່ວຍຊາວໜຸ່ມ ສກຂ  ໄດ້ເອົາໃຈໃສ່ຊີ້ນຳນຳພາອ້າຍນ້ອງພາຍໃນໜ່ວຍຈັດຕັ້ງປະຕິບັດຕາມໜ້າວຽກທີ່ໄດ້ຮັບການມອບໝາຍໃຫ້ຈົນສຳເລັດຜົນ ຈົນສາມາດປະກາດຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກ ໄດ້ 4 ຄັ້ງ ຖືກຕາມເງື່ອນໄຂສະເໜີທຸງໄຊນຳໜ້າຂອງຂໍ້ແຂ່ງຂັນຂະບວນການ 4 ບຸກ ຕາມການປະເມີນ ຖືວ່າຖືກຕ້ອງຕາມເງື່ອນໄຂມາດຖານຄົບຊຸດ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ກຳນົດໄວ້.

    ໃນພິທີ ນອກຈາກໄດ້ມອບໃບຢັ້ງຢືນທຸງໄຊນຳໜ້າ ແລະ ມອບໃບຢັ້ງຢືນໜ່ວຍຊາວໜຸ່ມເຂັ້ມແຂງດີເດັ່ນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຄຊປປລ ແລະ ໃບຍ້ອງຍໍໃຫ້ໜ່ວຍຊາວໜຸ່ມພະແນກ ສກຂ ພ້ອມທັງມອບຂອງຂວັນໃຫ້ແກ່ສະມາຊິກຊາວໜຸ່ມ 5 ສະຫາຍ ທີ່ພົ້ນອາຍຸການເຄື່ອນໄຫວວຽກງານຊາວໜຸ່ມນຳອີກ.

error: Content is protected !!