ເຊີນຊວນຊາວໜຸ່ມລາວ ແລະ ມວນຊົນ ຮ່ວມບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ

    ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການກາແດງແຫ່ງຊາດລາວ ຂໍເຊີນຊວນຊາວ ໜຸ່ມລາວ ກໍຄືພໍ່ແມ່ປະຊາຊົນທຸກທ່ານ ຮ່ວມບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ພ້ອມທັງເປັນການຮ່ວມ ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ພາຍໃຕ້ຄຳຂວັນ: 67 ມີໄຊ ຊາວໜຸ່ມລາວຜູ້ສືບທອດ ອາດຫານ ຂານອາສາບໍລິຈາກເລືອດ.

    ກິດຈະກຳຄັ້ງນີ້ ຈະມີຂຶ້ນໃນວັນທີ 29 ເມສາ 2022 ທີ່ສູນການຄ້າລາວໄອເຕັກ (ຕຶກໃໝ່ ຊັ້ນ 4) ເລີ່ມແຕ່ເວລາ 08:00 ໂມງ ຫາ 15:00 ໂມງ ພາຍໃນງານ ນອກຈາກຈະມີການເຜີຍຄວາມໝາຍຄວາມ ສຳ ຄັນຂອງວຽກງານເລືອດແລ້ວ ຍັງຈະໄດ້ຮ່ວມມ່ວນຊື່ນກັບບັນດາກິດຈະກຳຕ່າງໆທີ່ຈະມີຂຶ້ນພາຍໃນ ງານຄັ້ງນີ້.

# ບຸນມີ

error: Content is protected !!