ຊໍາຊຸງ ແນະນໍາເຕັກນິກການຖ່າຍພາບ-ການຕັດຕໍ່ດ້ວຍໂທລະສັບມືຖື ໃຫ້ສື່ມວນຊົນ

ບໍລິສັດ ຊໍາຊຸງ ເອເລັກໂຕຣນິກ ລາວ ຈຳກັດ ຈັດງານ SAMSUNG WORKSHOP ຫົວຂໍ້: How to use Smartphone taking nice photos ຂຶ້ນວັນທີ 26 ເມສາ 2022 ຢູ່ຮ້ານອາຫານ Mancave ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ອາມິນນາ ມໍລະຄາສຸກ ພະນັກງານສື່ສານການຕະ ຫຼາດບໍລິສັດ ຊໍາຊຸງ ເອເລັກໂຕຣນິກ ລາວ ຈຳກັດ ທ່ານ ພອນສະຫວັນ ແສງພະຈັນ ຜູ້ກຳກັບ ແລະ ຊ່າງຖ່າຍພາບ ຜູ້ກໍ່ຕັ້ງ ຊີເນ່ອາດຟີມ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

    ທ່ານນາງ ອາມິນນາ ມໍລະຄາສຸກ ກ່າວວ່າ: ຈຸດປະສົງການຈັດງານຄັ້ງນີ້ ເນື່ອງຈາກບໍລິສັດ ຊໍາຊຸງ ເອເລັກໂຕຣນິກ ລາວ ຈຳກັດ ເຫັນວ່າໂທລະສັບມືຖືເປັນອຸປະກອນໜຶ່ງທີ່ສໍາຄັນໃນການເຮັດຂ່າວໃນປັດຈຸບັນ ເຊິ່ງໂທລະສັບມືຖືມີຄວາມສະດວກສະບາຍຫຼາຍ ເພາະມີແອັບພລີເຄເຊິນ ແລະ ຫຼາຍຄຸນສົມບັດ ສາມາດນຳໃຊ້ໃນວຽກງານການເກັບກຳຂ່າວ ເປັນຕົ້ນ ການບັນທຶກພາບ ວີດີໂອ ການຕັດຕໍ່ຮູບພາບ ວີດີໂອ ແລະ ການເກັບກຳຂໍ້ມູນຕ່າງໆຢູ່ນອກສະຖານທີ່ ເພື່ອເຮັດໃຫ້ການລາຍງານຂ່າວມີຄວາມສະດວກ ວ່ອງໄວຂຶ້ນກວ່າເກົ່າ.

    ພາຍໃນງານຄັ້ງນີ້ ສື່ມວນຊົນໄດ້ຮັບຟັງການບັນຍາຍເຕັກນິກການນໍາໃຊ້ ແລະ ສໍາຜັດກັບປະສົບການໃຊ້ໂທລະສັບ SAMSUNG A Series ຕົວຈິງໃນການຖ່າຍພາບ ຖ່າຍວີດີໂອ ຕົບແຕ່ງຮູບພາບ ແລະ ການຕັດຕໍ່ວິດີໂອ ລວມທັງການໂຫຼດແອັບຕ່າງໆ ໂດຍນຳໃຊ້ໂທລະສັບມືຖືຊໍາຊຸງ A73 A53 ແລະ A33.

# ສະບາໄພ

error: Content is protected !!