່ວຍພັກຄະນະວິຊາຄູສື່ສານ ວິທະຍາຄານກົມມະດຳ ສະຫຼຸບວຽກງານບັນຊາ – ນຳພາຮອບດ້ານ 3 ເດືອນຕົ້ນປີ 2022

ວັນທີ 26 ເມສາ 2022 ນີ້ ຢູ່ທີ່ຫ້ອງຮຽນໄອທີ 1/5 ວິທະຍາຄານ ໜ່ວຍພັກຄະນະວິຊາຄູສື່ສານ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດຳ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານບັນຊາ-ນຳພາຮອບດ້ານໄລຍະ 3 ເດືອນ ແລະ ວາງທິດທາງແຜນການ 3 ເດືອນປີ 2022 ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳມຸ່ຍ ວັນບຸູນເຮືອງ ເລຂາໜ່ວຍພັກ ຫົວໜ້າຄະນະວິຊາຄູສື່ສານ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກ ມີບັນດາພະນັກງານ ຄູອາຈານເຂົ້າຮ່ວມ.

    ສະຫາຍ ພັນໂທ ໄພວັນ ໄຊຍະເສີດ ຮອງເລຂາໜ່ວຍພັກ ຮອງຄະນະວິຊາຄູສື່ສານວິທະຍາຄານ ໄດ້ຜ່ານບົດສະຫຼຸບການຊີ້ນຳ ນຳພາການຈັດຕັ້ງເຄື່ອນໄຫວວຽກງານໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານຕັ້ງໜ້າຫຼາຍດ້ານຂອງຄະນະພັກ ຄະນະບັນຊາທຸກຂັ້ນ ແນໃສ່ຖືເອົາຄຸນພະພາບການເມືອງ ນຳພາແນວຄິດເປັນພື້ນຖານສຳຄັນ ຈົນສາມາດສ້າງໄດ້ຜົນງານຫຼາຍດ້ານເຊັ່ນ ວຽກງານບໍລິຫານກົມກອງ ເຂົ້າຮ່ວມເຊື່ອມຊືມມະຕິກອງປະຊຸມວຽກງານການເມືອງ 4 ຄັ້ງ ລົງພົວພັນນຳບ້ານແຮກສ່ຽວ 3 ຄັ້ງ ເຄົາລົບທຸງ 2 ຄັ້ງ ອະນາໄມສະຖານທີ່ຫ້ອງການ  ຫ້ອງຮຽນ 12 ຄັ້ງ ດ້ານວຽກງານອົບຮົມຫັດແອບ ໄດ້ຂື້ນຫ້ອງສິດສອນ 755 ຊົ່ວໂມງ ຂື້ນຫ້ອງໃຫ້ຄູໃໝ່ 5 ຄັ້ງ ແຕ່ງບົດສອນແລະຜ່ານບົດສອນໄດ້ 80 ສະບັບ ຮຽນຢູ່ພາກສະໜາມ 64 ຊົ່ວໂມງ ນອກຈາກກົມກອງເຄື່ອນໄຫວວຽກງານວິຊາສະເພາະແລ້ວ ຍັງໄດ້ຍູ້ແຮງເຮັດການຜະລິດດ້ວຍການປຸກຝັງ  ລ້ຽງສັດ ເປັນທ່າແຮງບົ່ມຊ້ອນຈາກການປຸກພຶດຜັກທຸກຊະນິດຕ່າງໆໄດ້ 277 ກິໂລກຣາມ ຂາຍເປັນເງິນ 1.385.00 0ກີບ.

# ຂ່າວ : ວັນນະເລດ ລໍວັນໄຊ.

# ພາບ : ຄຳແສງ ສີສະວົງ.

error: Content is protected !!