ມື້ນີ້ ທົ່ວປະເທດກວດພົບພະຍາດໂຄວິດ-19 ຫຼາຍກວ່າ 500 ຄົນ ແລະ ເສຍຊີວິດອີກ 2

    ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ສປປ ລາວ ລວມທັງຕົວເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ປະຈໍາວັນທີ 26 ເມສາ 2022 ທີ່ກະຊວງສາທາລະນະສຸກ ເຊິ່ງວັນທີ 25 ເມສາ 2022 ຜ່ານມາ ທົ່ວປະເທດໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 2.513 ຕົວ ຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 542 ຄົນ ເປັນຕິດເຊື້ອພາຍໃນຈຳນວນ 534 ຄົນ ແລະ ນໍາເຂົ້າ 8 ຄົນ.

    ສຳລັບຜູ້ຕິດເຊື້ອພາຍໃນໃໝ່ 534 ຄົນ ມີລາຍລະອຽດນີ້:

  • ນະຄອນຫຼວງວຽງຈັນ 387 ຄົນ
  • ແຂວງວຽງຈັນ 23 ຄົນ
  • ເຊກອງ 21 ຄົນ
  • ສະຫັວນນະເຂດ 17 ຄົນ
  • ອັດຕະປື 15 ຄົນ
  • ໄຊຍະບູລີ 13 ຄົນ
  • ຫຼວງພະບາງ 11 ຄົນ
  • ຄໍາມ່ວນ 11 ຄົນ
  • ອຸດົມໄຊ 10 ຄົນ
  • ຈໍາປາສັກ 7 ຄົນ
  • ຊຽງຂວາງ 5 ຄົນ
  • ໄຊສົມບູນ 4 ຄົນ
  • ສາລະວັນ ບໍລິຄໍາໄຊ ແຂວງລະ 3 ຄົນ
  • ຜົ້ງສາລີ 2 ຄົນ
  • ບໍ່ແກ້ວ ແລະ ແຂວງຫົວພັນ ແຂວງລະ 1 ຄົນ

    ສ່ວນການຕິດເຊື້ອນໍາເຂົ້າ 8 ຄົນ ຈາກແຂວງສະຫັວນນະເຂດ 3 ຄົນ ຫົວພັນ 2 ຄົນ ແລະ ແຂວງຈໍາປາສັກ 3 ຄົນ ເຊິ່ງທັງໝົດໄດ້ເຂົ້າຈໍາກັດບໍລິເວນຕາມສະຖານທີ່ກໍານົດໄວ້ກ່ອນຈະກວດພົບເຊື້ອ.

    ປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 206.041 ຄົນ (ຕິດເຊື້ອພາຍໃນ 190.153 ຄົນ ແລະ ນໍາເຂົ້າ 15.888 ຄົນ) ອອກໂຮງໝໍວັນທີ 25 ເມສາ 2022 ຈຳນວນ 83 ຄົນ ກຳລັງປິ່ນປົວ 1.238 ຄົນ ແລະ ເສຍຊີວິດສະສົມທັງໝົດ 736 ຄົນ (ເສຍຊີວິດໃໝ່ 2 ຄົນ ຢູ່ນະຄອນຫຼວງວຽງຈັນ).

    ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 509.832.408 ຄົນ (ໃໝ່ 345.934 ຄົນ) ເສຍຊີວິດທັງໝົດ 6.244.533 ຄົນ (ໃໝ່ 1.556 ຄົນ) ແລະ ປີ່ນປົວຫາຍດີ 462.887.767 ຄົນ (ໃໝ່ 838.563 ຄົນ).

# ຂ່າວ – ພາບ : ຊິລິການດາ

error: Content is protected !!