ຮ່ວມກັນກໍາຈັດພະຍາດໄຂ້ມາເລເຣຍໃຫ້ສໍາເລັດຕາມເປົ້າໝາຍປີ 2030

ວັນມາລາເຣຍໂລກ (ວັນໄຂ້ຍຸງໂລກ) ຖືກສ້າງຕັ້ງຂື້ນໃນເດືອນພຶດສະພາ 2007 ໂດຍການເຫັນດີຮັບຮອງໃນກອງປະຊຸມສະມັດຊາໃຫຍ່ ຂອງອົງການອະນາໄມໂລກ ວາລະທີ 60 (the 60th session of the World Health Assembly) ແລະ ປີ 2018 ແມ່ນປີທໍາອິດທີ່ໄດ້ດໍາເນີນກິດຈະກໍາໃນບັນດາປະເທດທົ່ວໂລກ ເພື່ອກໍານົດເອົ ວັນທີ 25 ເມສາຂອງທຸກໆປີໃຫ້ເປັນວັນໄຂ້ມາເລເຣຍໂລກ (ຫຼືວັນໄຂ້ຍຸງໂລກ) ເພື່ອໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງຕ່າງໆໃນທົ່ວໂລກ ໃຫ້ເຫັນຄວາມສຳຄັນ ເພີ່ມຄວາມເອົາໃຈໃສ່ໃນວຽກງານຄວບຄຸມພະຍາດໄຂ້ມາລາເຣຍຢ່າງມີປະສິດທິພາບ ປະສິດທິຜົນ ເພື່ອຄວບຄຸມ ແລະ ກໍາຈັດ(ຫຼືລົບລ້າງ) ພະຍາດມາເລເຣຍໃຫ້ໝົດໄປຈາກໂລກນີ້.

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຂອງກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 25 ເມສາ 2022 ທີ່ກົມດັ່ງກ່າວ ເນື່ອງໃນໂອກາດວັນໄຂ້ມາລາເຣຍໂລກ ຄົບຮອບ 15 ປີ ວ່າ: ໃນນາມກົມຄວບຄຸມພະຍາດຕິດຕໍ່ຂອງກະຊວງສາທາລະນະສຸກ ສປປ ລາວ ກ່ອນອື່ນຂໍສະແດງຂອບຄວາມຊົມເຊີຍມາຍັງສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ລວມທັງຂະແໜງຄວບຄຸມພະຍາດຕິດຕໍ່ ໂດຍສະເພາະໜ່ວຍງານຄວບຄຸມມາລາເຣຍຂັ້ນແຂວງ ເມືອງ ທີ່ໄດ້ຮ່ວມກັນທ່ົວປະເທດຈັດກິດຈະກໍາຫຼາຍຢ່າງ ລວມທັງການອອກຂ່າວໃຫ້ສື່ມວນຊົນ ເນື່ອງໃນວັນໄຂ້ມາລາເຣຍໂລກ ຄືວັນທີ 25 ເມສາ  ປີ 2022 ຄົບຮອບ 15 ປີ ຄັ້ງນີ້.

    ສປປ ລາວ ແມ່ນໜຶ່ງໃນຫຼາຍປະເທດໃນໂລກ ທີ່ຍັງມີສະພາບການແຜ່ເຊື້ອ ແລະ ລະບາດຂອງພະຍາດໄຂ້ມາລາເຣຍ ( ໄຂ້ຍຸງ) ບົ່ມຊ້ອນມາຫຼາຍທົດສະວັດ ແລະ ຍັງເປັນບັນຫາສາທາລະນະສຸກຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າໃນທົດສະວັດຜ່ານມາ ພວກເຮົາສາມາດບັນລຸຕົວຊີ້ວັດດ້ານການຕິດເຊື້ອມາລາຍເຣຍໄດ້ຢ່າງພົ້ນເດັ່ນ ແລະ ໜ້າເພີ່ງພໍໃຈ ໂດຍສະເພາະ ຫຼຸດຈຳນວນຄົນຕິດເຊື້ອຈາກ 45.000 ຄົນ ໃນປີ 2016-17 ຫຼຸດລົງມາເຫຼືອພຽງປະມານ 4.000 ຄົນ ໃນປີ 2021 ແລະ ສະພາບການສົ່ງເຊື້ອຊະນິດຟານຊີປາຣອມທີ່ເຄີຍພົບໃນຫຼາຍແຂວງ ກໍ່ຫຼຸດລົງມາເປັນພົບການຕິດເຊື້ອພົບໃນບາງພື້ນທີ່ ຫຼືໃນບາງກຸ່ມປະຊາກອນ ໃນ 7 ເມືອງ ຈາກທັງໝົດ 148 ເມືອງ ທົ່ວປະທດເທົ່ານັ້ນ.

    ຍຸດທະສາດຈູ່ໂຈມແບບເລັ່ງລັດກຳຈັດພະຍາດໄຂ້ມາລາເຣຍຊະນິດ ຟານຊີປາຣອມນີ້ ແມ່ນໄດ້ລິເລີ່ມລົງມືຈັດຕັ້ງປະຕິບັດເປັນຕົວແບບໃນເດືອນກໍລະກົດ ປີ 2021 ໃນ 5 ບ້ານຂອງເມືອງບົວລະພາ ແຂວງຄໍາມ່ວນ ແລະ ເດືອນມີນາ 2022 ໄດ້ຂະຫຍາຍເພີ່ມ 4 ແຂວງ (ສະຫວັນນະເຂດ ສາລະວັນ ເຊກອງ ແລະ ອັດຕະປື)  6 ເມືອງ ກວມເອົາທັງໝົດ 60 ບ້ານ ເຊີ່ງການປະຕິບັດຍຸດທະສາດຈູ່ໂຈມນີ້ ບໍ່ແມ່ນກະຊວງສາທາລະນະສຸກ ຫຼືຂະແໜງສາທາລະນະສຸກເຮັດພຽງລຳພັງຜູ້ດຽວ ແຕ່ພວກເຮົາໄດ້ຮັບການຊີ້ນໍາ ສະໜັບສະໜູນຈາກບັນດາຄະນະພັກແຂວງ/ເມືອງ ຄະນະພັກພື້ນຖານ ອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າທຸກທ່ານ ທີ່ໄດ້ຊ່ວຍກັນ  ແລະ  ຮ່ວມແຮງຮ່ວມໃຈສູ້ຊົນເຮັດໃຫ້ການຈັດຕັ້ງປະຕິບັດນີ້ດຳເນີນໄປລະດັບຄາດໝາຍທີ່ໄດ້ວາງໄວ້.

    ສະນັ້ນ ເນື່ອງໃນໂອກາດວັນໄຂ້ມາລາເຣຍໂລກນີ້ ຂໍຂອບໃຈນຳອົງການ ກອງ​ທຶນ​ໂລກເພື່ອຄວບຄຸມ ພະຍາດ HIV/AIDS TB& Malaria (GFATM) ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ກໍຄືອົງການຈັດຕັ້ງອື່ນໆທີ່ໄດ້​ຄຽງບ່າຄຽງໄຫຼ່ ໃຫ້ການ​ສະໜັບສະໜູນຊ່ວຍ​ເຫຼືອ​ດ້ານວິຊາການ ແລະ ​ທຶນຮອນ ​ເຂົ້າ​ໃນ​ການ​ຄວບ​ຄຸມພະ​ຍາດ​ໄຂ້​ມາ​ເລ​ເຣຍມາໂດຍຕະຫຼອດ ແລະ ຫວັງ​​ວ່າ ບັນດາ​ທ່ານຄົງ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ ​ແລະ ໃຫ້ການສະໜັບສະໜູນ​ຊ່ວຍ​ເຫຼືອ​ໃນ​ການ​ຄວບ​ຄຸມພະ​ຍາດ​ດັ່ງກ່າວ ​ເພື່ອ​ໃຫ້​ປະຊາ​ຊົນ​ບັນດາ​ເຜົ່າທີ່ດຳລົງຊີວິດໃນເຂດ​ຫ່າງ​ໄກ ຫຼຸດພົ້ນ​ຈາກ​ການ​ເປັນ​ພະຍາດມາລາເຣຍ ແລະ ໃຫ້ມີ​ສຸຂະພາບ​ແຂງ​ແຮງ ປະກອບສ່ວນເຂົ້າໃນສ້າງ​ເສດຖະກິດ​ ກໍ່ຄືການ​ສ້າງສາພັດທະນາປະເທດຊາດ​ໃຫ້ມີຄວາມ​​ຈະ​ເລີ​ນກ້າວໜ້າ ບັນລຸເປົ້າໝາຍສະຫະສະວັດ ​ແລະ ຮ່ວມກັນກໍາຈັດພະຍາດໄຂ້ມາເລເຣຍໃຫ້ສໍາເລັດ ຕາມເປົ້າໝາຍ ປີ 2030 ໃຫ້ບັນລຸໝາກຜົນຈົບງາມ.

# ຂ່າວ – ພາບ :  ບຸນມີ

error: Content is protected !!