ປະກາດຮັບຮອງ 7 ບ້ານຢູ່ເມືອງຫົງສາ ຢຸດຕິການຖ່າຍຊະຊາຍ

ອີງຕາມຄາດໝາຍສູ້ຊົນລົບລ້າງການຖ່າຍຊະຊາຍ ຂອງຫ້ອງການສາທາລະນະສຸກເມືອງ ກໍ່ຄືພະແນກສາທາລະນະສຸກແຂວງວາງອອກ ໃຫ້ບັນລຸຕາມຄາດໝາຍ ຫ້ອງການສາທາລະນະສຸກເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດ ແລະ ມອບໃບຢັ້ງຢືນບ້ານຢຸດຕິການຖ່າຍຊະຊາຍຂື້ນ ວັນທີ 22 ເມສາ 2022 ຢູ່ທີ່ສະໂມສອນບ້ານນາແກ່ນຄຳ ເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເຈົ້າເມືອງຫົງສາ ຜູ້ຊີ້ນຳວຽກ​ງານວັດທະນະທຳ-ສັງຄົມ ປະທານຄະນະກຳມະການເພື່ອສຸຂະພາບຂັ້ນເມືອງ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ນາຍບ້ານ 7 ບ້ານ ພ້ອມພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ ສົມບູນ ທຳມະລັດ ຫົວໜ້າຫ້ອງການສາທາລະນະສຸກເມືອງຫົງສາ ໄດ້ລາຍງານໃຫ້ຮູ້ວ່າ: ຫ້ອງການສາທາລະນະສຸກເມືອງ ໄດ້ລົງເຄື່່ອນໄຫວຈັດຕັ້ງປະຕິບັດສ້າງບ້ານ​ຢຸດຕິການຖ່າຍຊະຊາຍຕາມມາດຖານ ແລະ ເງື່ອນໄຂທີ່່່ກະຊວງສາທາລະນະສຸກວາງອອກ ໂດຍໄດ້ມີການປະສານສົມທົບກັບອົງການປົກຄອງບ້ານເກັບກຳຂໍ້ມູນຄອບຄົວທີ່ບໍ່ມີວິດຖ່າຍ ຫຼື ມີວິດຖ່າຍບໍ່ໄດ້ຕາມມາດຖານ ມີການວາງແຜນ ວາງຄາດໝາຍ  ແລະ  ມອບຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນລົງຊຸກຍູ້ແຕ່ລະຄອບຄົວຢູ່ບ້ານເປົ້າໝາຍ.

    ຜ່ານການຈັດຕັ້ງປະຕິບັດ ສາມາດບັນລຸຕາມມາດຖານເງື່ອນໄຂທີ່ວາງໄວ້ ຈຳນວນ 7 ບ້ານ ຄື: ບ້ານນາແກ່ນຄຳ ນາປຸ່ງ ຫ້ວຍໄຍ ໜອງຫຼວງ ພູແລ້ງກາງ ທ່ານຸ່ນ ແລະ ບ້ານພູດອກໄມ້ ລວມປະຊາກອນທັງໝົດມີ 7.429 ຄົນ ຍິງ 3.718 ຄົນ ມີ 1.353 ຫຼັງຄາເຮືອນ ມີ 1.350 ຄອບຄົວ ມີວິດຖ່າຍທັງໝົດ 1.350 ຄອບຄົວ ເທົ່າກັບອັດຕາການຊົມໃຊ້ວິດຖ່າຍຂອງປະຊາຊົນ 100% ທັງໝົດນີ້ແມ່ນປະຕິບັດຕາມ 5 ມາດຖານ 13 ເງື່ອນໄຂຂອງການສ້າງຄອບຄົວ ແລະ 4 ມາດຖານ 7 ເງື່ອນໄຂ ຂອງການສ້າງບ້ານຢຸດຕິການຖ່າຍຊະຊາຍ ທີ່ກະຊວງສາທາລະນະສຸກວາງອອກ ພ້ອມຈະສືບຕໍ່ເຄື່ອນໄຫວລົງເຜີຍແຜ່ນິຕິກຳຕ່າງໆ ປຸກລະດົມຊຸກຍູ້ 5 ບ້ານ ໃນປີ 2022 ນີ້ ໃຫ້ສຳເລັດບັນລຸຕາມຄາດໝາຍ.

error: Content is protected !!