`ຮັກນີ້ນິລັນດອນ` ຍາດໄດ້ລາງວັນຊີໄຣອັນດັບ 1 ປະຈຳປີ 2021

ພິທີຖະແຫຼງຂ່າວ ຜົນການຕັດສິນລາງວັນວັນນະກຳສ້າງສັນຍຸດຍອດອາຊຽນ (SEA WRITE) ແລະ ລາງວັນແມ່ນໍ້າຂອງປະຈຳປີ 2021 ຈັດຂຶ້ນວັນທີ 22 ເມສາ 2022 ທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) (ຄຸ້ມສີເມືອງ) ມີທ່ານນາງ ບົວໄຂ ເພັງພະຈັນ ຫົວໜ້າກົມພິມຈຳໜ່າຍ ກະຊວງ ຖວທ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍນັກປະພັນ ແລະ ຂະແໜງກ່ຽວຂ້ອງເຂົ້າຮ່ວມ.

    ເພື່ອເປັນການສ້າງໂອກາດ ແລະ ຄັດເລືອເອົາຜູ້ມີພອນສະຫວັນໃນການຂຽນບົດວັນນະກຳ ເລື່ອງສັ້ນ ເລື່ອງຍາວ ດັ່ງນັ້ນ ສະມາຄົມນັກປະພັນລາວຈຶ່ງໄດ້ມີການແຂ່ງຂັນວັນນະກຳດີເດັ່ນເພື່ອຊີງລາງວັນຊີໄຣ ແລະ ລາງວັນແມ່ນໍ້າຂອງໃນທຸກໆປີ ສຳລັບການແຂ່ງວັນນະກຳດີເດັ່ນປະຈຳປີ 2021 ໄດ້ເລີ່ມເປີດໃຫ້ຜູ້ມີຄວາມສົນໃຈສົ່ງບົດເຂົ້າແຂ່ງຂັນນັບແຕ່ເດືອນເມສາ 2021 ມີນັກຂຽນຈາກພວກສ່ວນຕ່າງໆໄດ້ສົ່ງບົດເຂົ້າມາຈຳນວນຫຼວງຫຼາຍ ໃນນັ້ນ ຜ່ານການກວດສອບຂອງຄະນະກຳມະການ ມີພຽງ 5 ເລື່ອງທີ່ສາມາດເຂົ້າຮ່ວມການແຂ່ງຂັນຊີງລາງວັນຊີໄຣ.

    ຜ່ານການຕັດສິນຂອງຄະນະກຳມະການ ເລື່ອງ ` ຮັກນີ້ນິລັນດອນ ` ຂຽນໂດຍທ່ານນາງ ທິບພະເກສອນ ດວງຈັກ ໄດ້ລາງວັນທີ 1 ທີ 2 ແມ່ນເລື່ອງ `ສາຍນໍ້າບໍjໄຫຼຢ້ອນກັບ` ຂຽນໂດຍທ່ານ ບຸນເສີນ ແສງມະນີ ສ່ວນບົດເລື່ອງສັ້ນທີ່ສົ່ງເຂົ້າແຂ່ງຂັນຊີງລາງວັນແມ່ນໍ້າຂອງ 13 ເລື່ອງ ໃນນັ້ນເລື່ອງ `ບັນທຶກ ຫວນຄືນເສັ້ນທາງຊີວິດ` ຂຽນໂດຍທ່ານ ຄຳສີ ຈັນທະວີທອງ ໄດ້ລາງວັນທີ 1 ແລະ ເລື່ອງສັ້ນ `ອາວທະຫານ` ຂຽນໂດຍທ່ານ ແຫຍງ ພິລາກອນ ໄດ້ລາງວັນທີ 2.

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!