ຄົ້ນຄວ້າພິຈາລະນາປັບປຸງກົດໝາຍວ່າດ້ວຍຄໍາຮ້ອງຂໍຄວາມເປັນທຳ

    ເພື່ອສະຫຼຸບ ຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການຄົ້ນຄວ້າ ພິຈາລະນາຄໍາຮ້ອງຂໍຄວາມເປັນທຳໃນໄລຍະຜ່ານມາ ແລະ ທິດທາງກົນໄກການພິຈາລະນາຄຳຮ້ອງຂໍຄວາມເປັນທຳໃນຕໍ່ໜ້າ ແລະ ທັງເປັນການສ້າງຄວາມເປັນເອກະພາບໃນການປະຕິບັດພາລະບົດບາດຂອງພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າ ພິຈາລະນາຄໍາຮ້ອງທຸກໃຫ້ມີຄວາມສອດຄ່ອງກັບພາລະບົດບາດ  ສິດ  ແລະ  ໜ້າທີ່ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເພື່ອກວດກາຄືນເນື້ອໃນຮອບດ້ານຂອງຮ່າງປັບປຸງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກກ່ອນນຳເຂົ້າສູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.

    ລະຫວ່າງວັນທີ 22-23 ເມສາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ກໍາມາທິການຍຸຕິທໍາ (ກມຍທ) ສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມສະຫຼຸບຕີລາລາຄາການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາ ແລະ ທາບທາມກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານ ກມຍທ ສພຊ ມີບັນດາທ່ານຄະນະຮັບຜິດຊອບປັບປຸງກົດໝາຍ ຮອງລັດຖະມົນຕີ ຮອງຫົວໜ້າອົງການ ຮອງປະທານສານປະຊາຊົນສູງສຸດ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ຄໍາແພງ ວິລະພັນ ກ່າວວ່າ ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກໃຫ້ມີເນື້ອໃນຄົບຖ້ວນ ຮອບດ້ານ ລະອຽດ ຈະແຈ້ງ ແລະ ຖືກຕ້ອງກັບສະພາບຕົວຈິງຂອງການພັດທະນາເສດຖະກິດ-ສັງ ຄົມ ການປົກຄອງໃນປັດຈຸບັນ ແລະ ອະນາຄົດ ການສະຫຼຸບຕີລາຄາກ່ຽວກັບການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງກໍາມາທິການຍຸຕິທໍາ ວ່າອັນໃດຄວນຈະຕ້ອງໄດ້ມີການປັບປຸງ ແລະ ອັນໃດຄວນສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນທີ່ນໍາມາຄົ້ນຄວ້າຄັ້ງນີ້ ປະກອບມີ ບົດສະຫຼຸບ ຕີລາຄາ ແລະ ຖອດຖອນບົດຮຽນ ການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທຳໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຂອງຄະນະປະຈຳສະພາແຫ່ງຊາດ ບົດສະເໜີບົດຮຽນການຕິດຕາມກວດກາຂອງລັດຖະສະພາຂອງຕ່າງປະເທດ ໃນຂົງເຂດວຽກງານຍຸຕິທຳ ຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ.

.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!