ການນໍາຈາກຫຼາຍພາກສ່ວນ ຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄຳ

    ການນໍາ ຕາງໜ້າລັດຖະບານລາວ ນໍາໂດຍທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທີ່ຖືກແຕ່ງຕັ້ງເປັນສະພາບໍລິຫານ ແລະ ຕາງໜ້າຜູ້ຖືຮຸ້ນໃນບໍລິສັດ ພູເບ້ຍ ມາຍນິ້ງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ປະທານຄະນະກໍາມະການຄຸ້ມຄອງການດຳເນີນງານຂອງບໍລິສັດ ພູເບ້ຍ ມາຍນິ້ງ ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົ່ນສົ່ງ ໄດ້ຢ້ຽມຢາມໂຮງງານຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄຳ (ໂຮງງານພູຄໍາ) ຂອງບໍລິສັດ ພູເບ້ຍ ມາຍນິ້ງ ໃນວັນທີ 22 ເມສາ 2022 ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ແລະ ທ່ານ ເຫວີນ ຟູ ຫວັງ ຜູ້ອຳນວຍ ການໃຫຍ່ ບໍລິສັດ ພ້ອມດ້ວຍບັນດາທີມງານຂອງບໍລິສັດ ພູເບ້ຍ ມາຍນິ້ງ.

    ທ່ານນາງ ມະນີລັດ ອາລຸນລັງສີ ຜູ້ປະສານງານຝ່າຍລັດຖະບານລາວຂອງບໍລິສັດ ໄດ້ລາຍງານວ່າ: ບໍລິສັດ ພູເບ້ຍ ມາຍນິ້ງ ເປັນບໍລິສັດທີ່ມີສັນຍາລົງທຶນຮ່ວມກັບລັດຖະບານລາວ ທີ່ເຊັນກັນໃນປີ 1994 ແລະ ໄດ້ມີການດັດແກ້ສັນຍາມາແລ້ວ 3 ຄັ້ງ ຫຼ້າສຸດແມ່ນໃນ ປີ 2007 ເຊິ່ງເມື່ອກ່ອນເປັນບໍລິສັດ ແພນ ແມ່ຂອງ ສຳຫຼວດ Pty ຈຳກັດ ເຊິ່ງເປັນບໍລິສັດລູກຂອງ ແພນອອສ ຈໍາກັດ ເປັນບໍລິສັດຈາກປ ເທດອົດສະຕຣາລີ ທີ່ມາຈົດທະບຽນຢູ່ລາວ ແຕ່ມາໃນປີ 2015 ລັດວິສາຫະກິດຂອງຈີນ ຄື ກວາງດົງ ຣາຍຊິງ ໄດ້ຊື້ຮຸ້ນຈາກບໍລິສັດຂອງອົດສະຕຣາລີ ປັດຈຸບັນ ບໍລິສັດ ກວາງດົງ ຣາຍຊິງ ແມ່ນຖືຮຸ້ນໃນບໍລິສັດພູເບ້ຍແມ່ນ 90% ແລະ ລັດຖະບານລາວ ຖືຮຸ້ນ 10% ຄືແຕ່ກ່ອນ ສ່ວນເຂດສຳປະທານຂອງບໍລິສັດ ພູເບ້ຍ ມີ 2.637 ກິໂລຕາແມັດ ນອນໃນແຂວງໄຊສົມບູນ ແລະ ຊຽງຂວາງ ປັດຈຸບັນ ກຳລັງຄັດຈ້ອນສົ່ງລັດຖະບານລາວຄືນ ໂດຍສະເພາະເຂດທີ່ບໍ່ເປັນເສດຖະກິດຂອງບໍລິສັດ ເຊິ່ງກຳລັງມີການເຈລະຈາແກ້ໄຂປັບປຸງເນື້ອໃນສັນຍາຄັ້ງທີ 4.

    ເຂດດຳເນີນງານຂອງບໍລິສັດ ໃນປັດຈຸບັນມີແຕ່ຢູ່ແຂວງໄຊສົມບູນ ສ່ວນແຂວງຊຽງຂວາງຍັງບໍ່ທັນມີ ຄື: ໂຮງງານພູຄຳ ແລະ ໂຮງງານຂຸດຄົ້ນ-ປຸງແຕ່ງຄຳ-ເງິນ ບ້ານຫ້ວຍຊາຍ (ໂຮງງານຫ້ວຍຊາຍ) ທີ່ຫ່າງຈາກໂຮງງານພູຄຳ ໄປທາງລ່ອງແຈ້ງ 25 ກິໂລແມັດ ໂດຍໄດ້ເປີດໃນປີ 2012 ຄາດຄະເນຮອດ 2028 ທີ່ຜະລິດໃນຮູບແບບຄໍາ-ເງິນ ແທ່ງປະສົມ ສະເພາະໂຮງງານພູຄຳ ໄດ້ຜະລິດແຮ່ເຂັ້ມຂຸ້ນ 25% ເຊິ່ງມີແຮ່ທອງແດງ ແຮ່ຄຳ ແລະ ແຮ່ເງິນທີ່ຕິດພັນ ໂດຍເປີດດຳເນີນງານນັບແຕ່ປີ 2008 ແລະ ຄາດວ່າມີອາຍຸຮອດ 2025 ແຕ່ກໍອາດຈະມີເງື່ອນໄຂຂະຫຍາຍອາຍຸຕື່ມອີກ.

    ໃນປີຜ່ານມາ ໂຮງງານພູຄຳ ຜະລິດແຮ່ເຂັ້ມຂຸ້ນ ສົ່ງໄປຫຼອມຢູ່ຈີນ ເຊິ່ງຜະລິດໄດ້ໂລຫະທອງ 32.385 ໂຕນ ໂລຫະຄໍາ 29.342 ອອນ (oz: ໜ່ວຍວັດມວນສານໃນລະບົບຂອງອົດສະຕຣາລີ ອັງກິດ ແລະ ອາເມຣິກາ ຄຳ ຫຼື ເງິນ 1 ອອນ ເທົ່າກັບ ປະມານ 31,104 ກຣາມ) ໂລຫະເງິນ 135.867 oz ໂຮງງານຫ້ວຍຊາຍ ຜະລິດໄດ້ ຄໍາ 97.329 oz ເງິນ 693.526 oz ລວມແລ້ວປີ 2021 ຜ່ານມາ ຜະລິດທອງແດງໄດ້ ທອງ 32.385 ໂຕນ ຄໍາ 126.671 oz ແລະ ເງິນ 829.393 oz ສ່ວນແຜນການໃນປີ 2022 ຈະຜະລິດໂດຍລວມ ແມ່ນໂຮງງານພູຄໍາ ຜະລິດທອງແດງ 33.200 ໂຕນ ຄຳ 38.800 oz ແລະ ເງິນ 164.000 oz ເຊິ່ງການຜະລິດໃນປັດຈຸບັນເປັນໄປຕາມແຜນການທີ່ວາງໄວ້.

   ສັງລວມການຜະລິດນັບແຕ່ປີ 2008 ຜະລິດທອງແດງໄດ້ປະມານ 897.730 ໂຕນ ຄໍາ 1.885 ລ້ານ oz ແລະ ເງິນ 13.238 oz ປັດຈຸບັນ ບໍລິສັດມີແຮງງານທັງໝົດ 3.683 ກວ່າຄົນ ໃນນີ້ 93% ແມ່ນແຮງງານລາວ ແລະ ໃນຈໍານວນດັ່ງກ່າວມີແຮງງານຍິງປະມານ 20% ໃນຈຳນວນພະນັກງານທັງໝົດມີ 441 ແຮງງານລາວ ທີ່ມີຕໍາແໜ່ງວິຊາການຊັ້ນສູງ ຫຼື ຜູ້ນຳທີມງານ.

    ຈາກນັ້ນ ຄະນະກໍໄດ້ເຂົ້າຢ້ຽມຊົມຫ້ອງຄວບຄຸມການດຳເນີນງານຂອງບໍລິສັດ (ຄວບຄຸມການຂຸດຄົ້ນແຮ່-ຂົນສົ່ງ  ຄວບຄຸມການດຳເນີນງານຂອງພະນັກງານ ແລະ ຄວບຄຸມຂະບວນການຜະລິດ) ໂດຍມີລະບົບທີ່ທັນສະໄໝໃນການຕິດຕາມ ບໍ່ວ່າຈະແມ່ນລະບົບຕິດຕາມການສັ່ນສະເທືອນ-ການເຄື່ອນໂຕ ຫຼື ຊຸດລົງຂອງດິນ ທີ່ຕິດຕັ້ງໄວ້ໃນແຕ່ລະຈຸດ ລະບົບຕິດຕາມພະນັກງານຂັບລົດທຸກປະເພດ ລະບົບຕິດຕາມການຈັບຄ່າຂອງແຮ່ທາດໃນຂະບວນການຜະລິດ ແລະ ລະບົບອື່ນ ນອກນີ້ ຄະນະຍັງໄດ້ຂີ່ລົດຢ້ຽມຊົມບ່ອນເຄື່ອງກົນຈັກການຜະລິດ ທີ່ມີລະບົບບໍາບັດສິ່ງເສດເຫຼືອພາຍຫຼັງການຜະລິດກ່ອນປ່ອຍລົງອ່າງຫາງແຮ່ ຢ້ຽມຊົມບໍ່ເປີດ (ບໍ່ຂຸດຄົ້ນແຮ່) ອ່າງຫາງແຮ່ ທີ່ບໍລິສັດໃຊ້ເປັນບ່ອນເກັບບໍາບັດສິ່ງເສດເຫຼືອພາຍຫຼັງຂະບວນການຜະລິດ ເຊິ່ງແຕ່ລະປີຈະມີຊ່ຽວຊານສິ່ງແວດລ້ອມ ສົມທົບພາກສ່ວນກ່ຽວຂ້ອງຂອງລັດ ມາກວດສອບທຸກເດືອນ ແລະ ມີຊ່ຽວຊານສາກົນກ່ຽວກັບສິ່ງແວດລ້ອມມາກວດສອບໃນແຕ່ລະປີ.

    ສ່ວນການປ່ອຍນໍ້າທີ່ບໍາບັດອອກສູ່ນໍ້າໂມ້ນັ້ນ ແມ່ນປ່ອຍຜ່ານຄອງລະບາຍ ແລະ ຜ່ານອ່າງບ່ອນທີ່ບໍລິສັດລ້ຽງປາໄວ້ ເພື່ອຢັ້ງຢືນເຖິງຄຸນນະພາບນໍ້າທີ່ບໍາບັດແລ້ວ ແມ່ນສາມາດນໍາມາໃຊ້ໄດ້ປົກກະຕິ ທັງນີ້ ກໍເພື່ອເຮັດໃຫ້ຊຸມຊົນ ກໍຄືສັງຄົມມີຄວາມໝັ້ນໃຈໃນການຮັກສາສະພາບແວດລ້ອມ ທີ່ບໍລິສັດໄດ້ໃຫ້ຄວາມເອົາໃຈໃສ່ທີ່ສຸດ ໂດຍຈະປ່ອຍປີລະ 2 ຄັ້ງ ໂດຍປ່ອຍອອກຫຼາຍແມ່ນໃນລະດູຝົນ ເຊິ່ງຈະມີການປະເມີນ ການກຳນົດເວລາ ບໍລິມາດນໍ້າທີ່ຈະປ່ອຍ ແລະ ສະຫຼຸບລາຍງານຕໍ່ລັດເປັນເປັນປົກກະຕິ.

# ຂ່າວ – ພາບ : ສີພອນ

error: Content is protected !!