ສໍາເລັດການເຝິກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ

ຊຸດເຝິກອົບຮົມການສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ແລະ ຄະນະຊ່ວຍວຽກຂອງຄະນະສະມາຊິກ ສປ ນວ ປະຈໍາເຂດເລືອກຕັ້ງເມືອງທົ່ວນະຄອນຫຼວງ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ວັນທີ 22 ເມສາ 2022 ພາຍຫຼັງດໍາເນີນມາເປັນເວລາ 3 ວັນ ຢູ່ແຂວງວຽງຈັນ ໂດຍເປັນປະທານຂອງທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານ ສປ ນວ ມີບັນດາກຳມະການຄະນະປະຈຳ ຮອງປະທານຄະນະກຳມະການສະພາປະຊາຊົນ ແລະ ສຳມະນາກອນ ເຂົ້າຮ່ວມ.

    ຈຸດປະສົງເພື່ອເປັນການປະສານງານ ເຕົ້າໂຮມ ປຶກສາຫາລື ແລະ ແລກປ່ຽນບົດຮຽນຂອງບັນດາພະນັກງານ ທີ່ເຮັດວຽກເປັນເສນາທິການໃຫ້ການນໍາຂອງ ສປ ນວ ແລະ ຄະນະສະມາຊິກ ສປ ນວ ປະຈໍາເຂດເລືອກຕັ້ງເມືອງ ເພື່ອຍົກສູງປະສິດທິຜົນການຮັບໃຊ້ວຽກງານໃຫ້ການນໍານັບມື້ມີຄຸນະພາບສູງຂຶ້ນ ໃນນີ້ ໄດ້ຮັບຟັງບົດຮຽນ ແລະ ແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງສ້າງຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆຄື: ບົດຮຽນ ແລະ ວິທີການຂຽນແຜນການລົງຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ບົດຮຽນ ແລະ ວິທີການຂຽນແຜນການລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ບົດຮຽນ ແລະ ວິທີການຂຽນແຜນ ການລົງຕິດຕາມກວດກາຄໍາຮ້ອງທຸກ ແລະ ຄໍາສະເໜີຂອງປະຊາຊົນ ບົດຮຽນການຕິດຕາມກວດກາວຽກງານໃນຂົງເຂດເສດຖະກິດ ຄວາມຮູ້ພື້ນຖານດ້ານພິທີການ ແລະ ມາລະຍາດທາງສັງຄົມ ຄວາມຮູ້ພື້ນຖານການບໍາລຸງຮັກສາ ແລະ ການແກ້ໄຂບັນຫາເບື້ອງຕົ້ນໃນການນໍາໃຊ້ອຸປະກອນໄອທີໃນຫ້ອງການ ແລະ ມະຕິຂອງຄະນະປະຈໍາ ສປ ນວ ສະບັບເລກທີ 066/ຄປຈ ລົງວັນທີ 13 ສິງຫາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະສະມາຊິກ ສປ ນວ ປະຈໍາເຂດເລືອກຕັ້ງເມືອງ.

    ທ່ານນາງ ລຳພອຍ ສີອັກຄະຈັນ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ໃນການຄົ້ນຄວ້າ ປຶກສາຫາລື ປະກອບຄໍາຄິດເຫັນແຕ່ລະຫົວຂໍ້ ແລະ ຄວາມມີລະບຽບວິໄນໃນການເຂົ້າຮ່ວມກອງປະຊຸມ ພ້ອມນີ້ທ່ານຍັງເນັ້ນໃຫ້ຜູ້ເຂົ້າຮ່ວມ ນໍາເອົາໝາກຜົນຂອງການດໍາເນີນກອງປະຊຸມຄັ້ງນີ້ໄປເປັນພື້ນຖານນໍາໃຊ້ໃນຂອບເຂດວຽກງານທີ່ຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ.

# ຂ່າວ – ພາບ : ສະບາໄພ

error: Content is protected !!