ແລກປ່ຽນຄໍາເຫັນກ່ຽວກັບການແກ້ໄຂຜົນການກວດສອບ ຢູ່ 4 ແຂວງພາກໃຕ້

ກອງປະຊຸມແລກປ່ຽນຄໍາເຫັນກ່ຽວກັບການແກ້ໄຂຜົນການກວດສອບ ຢູ່ 4 ແຂວງພາກໃຕ້ (ຈໍາປາສັກ ສາລະວັນ ເຊກອງ ແລະ ອັດຕະປື) ຈັດຂຶ້ນວັນທີ 25 ເມສາ 2022 ຢູ່ແຂວງຈໍາປາສັກ ໂດຍເປັນປະທານຂອງທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ແລະ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ມີຄະນະນໍາ ບັນດາພະແນກການ ຮອງປະທານອົງການກວດສອບແຫ່ງລັດ ອົງການກວດສອບປະຈໍາພາກໃຕ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລກປ່ຽນ ແລະ ຖອດຖອນກ່ຽວກັບການແກ້ໄຂຜົນການກວດສອບ ໂດຍເນື້ອໃນຕົ້ນຕໍໃນການປຶກສາຫາລື ແມ່ນຕີລາຄາສະພາບກ່ຽວກັບການແກ້ໄຂຜົນການກວດສອບໃນໄລຍະຜ່ານມາ ໂດຍເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງວຽກງານກວດສອບ ເປົ້າໝາຍການກວດສອບ ຂັ້ນຕອນ ແລະ ວິທີການດໍາເນີນການແກ້ໄຂຜົນການກວດສອບ ສະພາບການແກ້ໄຂຜົນການກວດສອບ ເຊິ່ງໄດ້ວິເຄາະບັນຫາ ແລະ ສາເຫດຂອງບັນຫາ ພ້ອມທັງຍົກໃຫ້ເຫັນຄວາມຈໍາເປັນໃນການປັບປຸງການແກ້ໄຂຜົນການກວດສອບ ນອກນີ້ ຍັງໄດ້ສະເໜີແນວຄິດເພື່ອປັບປຸງແກ້ໄຂຜົນການກວດສອບ ໂດຍເນັ້ນໃສ່ການໃຫ້ຄວາມສໍາຄັນແກ່ການແກ້ໄຂຜົນການກວດສອບ ການປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍກ່ຽວກັບການແກ້ໄຂຜົນການກວດສອບ ການປັບປຸງຄຸນນະພາບຂອງບົດສະຫຼຸບ (ບົດແຈ້ງ) ຜົນການກວດສອບ ການປັບປຸງກົນໄກການປະສານງານ ປະສານສົມທົບ ຕິດຕາມ ຊຸກຍູ້ ແລະ ກວດຄືນການແກ້ໄຂຜົນການກວດສອບ ແລະ ການປະຕິບັດນະໂຍບາຍຕໍ່ການແກ້ໄຂທີ່ມີປະສິດທິຜົນ ແລະ ມາດຕະການຕໍ່ການເມີນເສີຍໃນການແກ້ໄຂຜົນການກວດສອບ ພ້ອມນີ້ ບັນດາການນໍາຈາກ 4 ແຂວງພາກໃຕ້ ຍັງໄດ້ປະກອບຄໍາຄິດເຫັນ ປຶກສາຫາລື ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການປັບປຸງແກ້ໄຂຜົນການກວດສອບໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ສະເໜີວິທີແກ້ໄຂຜົນການກວດສອບຢ່າງເປັນລະບົບ ແລະ ແກ້ໄຂໄດ້ຢ່າງຂາດຕົວ.

    ໂອກາດນີ້ ຄະນະປະທານກອງປະຊຸມ ຍັງໄດ້ສະເໜີໃຫ້ເປົ້າໝາຍຖືກກວດສອບ ເປັນເຈົ້າການໃນການແກ້ໄຂຜົນການກວດສອບ ຕາມມະຕິຂອງສະພາແຫ່ງຊາດ ແລະ ມາດຕະການແນະນໍາປັບປຸງແກ້ໄຂຂອງອົງການກວດສອບແຫ່ງລັດຢ່າງເຂັ້ມງວດ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ

error: Content is protected !!