ສະຖາບັນລືອດແຫ່ງຊາດ ຮ່ວມກັບ ປກສ ສືບຕໍ່ສູ້ຊົນຕົວເລກຜູ້ບໍລິຈາກເລືອດໃຫ້ໄດ້ 1.020 ຖົງ

ກອງປະຊຸມສະຫຼຸບປະຈຳປີ 2021 ແລະ ວາງແຜນການ 2022 ການປຸກລະດົມບໍລິຈາກເລືອດຮ່ວມກັບກະຊວງ ປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນວັນທີ 22 ເມສາ 2022 ທີ່ສະຖາບັນລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໂດຍມີທ່ານ ພົນຈັດຕະວາ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ທ່ານ ພັນໂທ ດຣ ພອນສະຫວັນ ວົງຄຳຈັນ ຮອງຫົວໜ້າກົມເສນາຮັກ ກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຈາກກົມ ກອງ ວິທະຍາຄານ ກອງພັນ ກອງບັນຊາການໂຮງຮຽນ ໂຮງໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ ຈັນທະລາ ສຸກສາຄອນ ກ່າວວ່າ: ໃນປີ 2021 ຕາມແຜນການ ທົ່ວປະເທດຕ້ອງບັນລຸການຮັບບໍລິຈາກ ເລືອດໃຫ້ໄດ້ 64.000 ຖົງ ແຕ່ປະຕິບັດໄດ້ທັງໝົດ 57.979 ຖົງ  ຖ້າທຽບໃສ່ແຜນການແມ່ນຫຼຸດແຜນການ 6.048 ຖົງ ( ບັນລຸ 90,5%) ສາຍເຫດທີ່ບໍ່ໄດ້ຄາດໝາຍ ແມ່ນຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ລາມໄປທົ່ວທຸກແຂວງ ແລະ ແກ່ຍາວມາຫຼາຍເດືອນຈົນເຖີງປັດຈຸບັນ ສະຖາບັນການສຶກສາຕ່າງໆໄດ້ພັກການຮຽນ ກະຊວງ ອົງການ ຫ້ອງການອ້ອມຂ້າງສູນກາງ ແຂວງ ແລະ ເມືອງ ໄດ້ມີການພັດປ່ຽນໄປເຮັດວຽກຢູ່ຫ້ອງການ ກົມກອງທະຫານ,ຕຳຫຼວດ ບໍລິສັດ ໂຮງຈັກ ໂຮງງານ ກໍບໍ່ສະດວກໃນການບໍລິຈາກເລືອດໃນໄລຍະທີ່ພະຍາດໂຄວິດ-19 ກໍາລັງແຜ່ລະບາດ ປະຊາຊົນບໍ່ສະດວກໃນການເດີນທາງໄປບໍລິຈາກເລືອດ.

    ສະເພາະພາກສວ່ນ ປກສ ຂອງພວກເຮົາ ຕາມແຜນການໃນປີ 2021 ໄດ້ວາງຕົວເລກຄາດໝາຍສູ້ຊົນແມ່ນ 950 ຖົງ ແຕ່ຜ່ານການປະຕິບັດຕົວຈີງ ເນື່ອງຈາກມີຜົນກະທົບດັ່ງກ່າວ ພວກເຮົາບັນລຸ 318 ຖົງ ເທົ່າກັບ 33,5% ຂອງແຜນການ ແຕ່ເຖິງຢ່າງໃດ ກໍຂໍສະແດງຄວາມຊົມເຊີຍມາຍັງຄະນະພັກຄະນະບັນຊາ ພະນັກງານນັກຮົບ ປກສ ຂອງກົມກອງຕ່າງໆທີ່ໄດ້ປະກອບການບໍລິຈາກເລືອດໃນປີຜ່ານມາ

    ສະເພາະໃນປີ 2022 ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ໄດ້ມີແຜນການວາງຕົວເລກເປົ້າໝາຍສູ້ຊົນທົ່ວປະເທດຕ້ອງບັນລຸ 68.000 ຖົງ ສະຖາບັນເລືອດແຫ່ງຊາດ ຕ້ອງບັນລຸ 28.200 ຖົງ ບັນດາສູນເລືອດແຂວງ ຕ້ອງບັນລຸ 39.800 ຖົງ ພາກສ່ວນ ປກສ ຕ້ອງບັນລຸ 1.020 ຖົງ.

    ທ່ານ ພົນຈັດຕະວາ ອານຸເດດ ຄູນຄຳ ສະແດງຄວາມເປັນເອກະພາບ ເຫັນດີຕໍ່ບົດສະຫຼຸບ ແຜນການເປົ້າໝາຍໃນ ຕໍ່ໜ້າ ທີ່ຈະໄດ້ພ້ອມກັນສູ້ຊົນຮ່ວມກັນພ້ອມຍິນດີໃຫ້ການປະກອບສ່ວນຊຸກຍູ້ວຽກງານການບໍລິຈາກເລືອດ ເພາະເປັນ ວຽກງານໜຶ່ງສຳຄັນ ຈຳເປັນຂາດບໍ່ໄດ້ ເຊິ່ງພາຍຫຼັງກອງປະຊຸມໃນຄັ້ງນີ້ ທາງຄະນະພັກ ຄະນະບັນຊາ ແລະ ຜູ້ປະສານງານທີ່ຮັບຜິດຊອບໃນກົມກອງຕ່າງໆອ້ອມຂ້າງວິທະຍາຄານ ບັນດາໂຮງຮຽນ ໂຮງໝໍ ທີ່ຂື້ນກັບກະຊວງ ປກສ ຈະ​ໃຫ້​ຄວາມ​ຮ່ວມ​​ມື​ຢ່າງ​ແຂງ​ແຮງ​ ໃນການສືບຕໍ່ປຸກລະດົມຂົນຂວາຍໃຫ້ຫຼາຍຊຶ້ນ ພ້ອມສືບຕໍ່ສູ້ຊົນໃຫ້ບັນລຸເປົ້າໝາຍຜູ້ບໍລິ ຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ໃຫ້ສາມາດບັນລຸ 39.800 ຖົງ.

# ຂ່າວ – ພາບ : ບຸນມີ ສີວິໄລ

error: Content is protected !!