ມື້ນີ້ ໂຄວິດຕິດເຊື້ອບໍ່ຫຼາຍ ແຕ່ມີເສຍຊີວິດໄປອີກ 2 ທີ່ ນວ ແລະ ຫຼວງພະບາງ

ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19ຢູ່ ສປປ ລາວ ປະຈໍາວັນທີປະຈໍາວັນທີ 25 ເມສາ ປີ 2022 ໃຫ້ຮູ້ວ່າ ວັນທີ 24 ເມສາ ທົ່ວປະເທດໄດ້ກວດວິເຄາະທັງໝົດ 1.452 ຕົວຢ່າງ ພົບເຊື້ອ ທັງໝົດ 229 ຄົນ (ຕິດເຊື້ອພາຍໃນ 214 ຄົນ ແລະ ນໍາເຂົ້າ 15 ຄົນ) ຮອດປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອທັງໝົດ 205.499 ຄົນ (ຕິດເຊື້ອພາຍໃນ 189.619 ຄົນ ແລະ ນໍາເຂົ້າ 15.880 ຄົນ ) ອອກໂຮງໝໍໃໝ່ 69 ຄົນ ກຳລັງປິ່ນປົວ 1.355 ຄົນ ແລະ ເສຍຊີວິດສະສົມ ທັງໝົດ 734 ຄົນ (ເສຍຊີວິດໃໝ່ 2 ກໍລະນີ).

    ສຳລັບຜູ້ຕິດເຊື້ອພາຍໃນປະເທດ 214 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ (ນວ) 122 ຄົນ ວຽງຈັນ 17 ຄົນ ອັດຕະປື 15 ຄົນ ສະຫັວນນະເຂດ 12 ຄົນ ໄຊຍະບູລີ 11 ຄົນ ຄໍາມ່ວນ 9 ຄົນ ອຸດົມໄຊ 9 ຄົນ ຊຽງຂວາງ 5 ຄົນ ຫຼວງພະບາງ 3 ຄົນ ບໍລິຄໍາໄຊ 3 ຄົນ ສາລະວັນ 2 ຄົນ ຜົ້ງສາລີ 2 ຄົນ ເຊກອງ 2 ຄົນ ບໍ່ແກ້ວ 1 ຄົນ ຫຼວງນໍ້າທາ 1 ຄົນ ສ່ວນຜູ້ຕິດເຊື້ອນໍາເຂົ້າມີ 15 ຄົນ ຈາກ ນວ 5 ຄົນ ສະຫັວນນະເຂດ 4 ຄົນ ແລະ ຈໍາປາສັກ 6 ຄົນ ມີເຜູ້ເສຍຊີວິດໃໝ່ 2 ຄົນຈາກ ນວ 1 ຄົນ ແລະ ຫຼວງພະບາງ 1 ຄົນ.

    ປັດຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກສືບຕໍ່ຫຼຸດລົງ ທຽບໃສ່ໄລຍະຜ່ານມາ ໃນນັ້ນ ສປປ ລາວ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍຫຼຸດລົງ ເຖີງຢ່າງໃດກໍຕາມ ປະຊາຊົນທຸກຄົນຈົ່ງເປັນເຈົ້າການໃນການປ້ອງກັນຕົນເອງ ແລະ ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເພື່ອສ້າງເງື່ອນໄຂໃຫ້ສາມາດຜ່ອນຜັນມາດຕະການຕ່າງໆ ເຮັດໃຫ້ທຸກຄົນສາມາດໃຊ້ຊີວິດປົກກະຕິແບບໃໝ່ໃນການທຳມາຫາກິນ ແລະ ຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດພະຍາດໂຄວິດ-19 ຮຽກຮ້ອງມາຍັງບັນດາທ່ານຈົ່ງພ້ອມກັນໄປສັກຢາວັກຊີນຕາມສະຖານທີ່ບໍລິການທີໃກ້ບ້ານ  ໂດຍສະເພາະຜູ້ສູງອາຍຸ  ຜູ້ທີ່ມີພະຍາດປະຈຳໂຕ ແມ່ຍິງຖືພາ  ແລະ  ກຸ່ມອາຍຸຕາມເປົ້າໝາຍ ສຳລັບຜູ້ທີ່ສັກເຂັມທີ່ 1 ແລະ 2 ຄົບກຳນົດແລ້ວກໍໃຫ້ໄປສັກເຂັມກະຕຸ້ນຫຼືເຂັມ 3 ເຂັມ 4 ສຳລັບຜູ້ທີ່ຕິດເຊື້ອ ແລະ ປີ່ນປົວຫາຍດີ ກໍໃຫ້ໄປສັກຢາວັກຊິນເຂັມຕໍ່ໄປພາຍຫຼັງຄົບກຳນົດປີ່ນປົວ 2 ເດືອນຂື້ນໄປ ທົ່ວປະເທດມີຜູ້ສັກວັກຊິນເຂັມ 1 ໄດ້ 5.762.222 ເຂັມ (ກວມເອົາ 78.53%) ແລະ ທຸກເຂັມທີ່ແນະນໍາ 4.799.738 ເຂັມ (ກວມເອົາ 65,41%).

.# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!