ປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຢູ່ຂັ້ນນະຄອນຫຼວງວຽງຈັນ

ກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຢູ່ຂັ້ນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 25 ເມສາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍສະພາແຫ່ງຊາດ ມີທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ສະມາຊິກສະພາປະຊາຊົນ ນວ ພະແນກການທີ່ກ່ຽວຂ້ອງ ແລະ ບັນດາເຈົ້າເມືອງເຂົ້າຮ່ວມ.

    ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ເປັນຄັ້ງທຳອິດທີ່ມີການປະເມີນການຈັດຕັ້ງປະຕິບັດກົດໝາຍ ນັບແຕ່ລັດເຮົາໄດ້ປະກາດໃຊ້ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນໄລຍະຜ່ານມາ ແນໃສ່ເພື່ອເປັນການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ໃນການຕິດຕາມ ກວດກາ ແລະ ທັງເປັນການເກັບກຳຂໍ້ມູນ ຄຳເຫັນ ສະຫຼຸບຖອດຖອນບົດຮຽນ ເພື່ອກະກຽມລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ກໍຄືການປະກອບຄຳເຫັນຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຄາດຄະເນຈະໄຂຂຶ້ນໃນເດືອນມິຖຸນາ 2022 ນີ້ ກອງປະຊຸມຄັ້ງນີ້ ເປັນການທົບທວນຄືນ ແລະ ເນັ້ນໜັກເຖິງການຄຸ້ມຄອງລັດ ແລະ ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ທີ່ເປັນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ທີ່ເລັ່ງທວງໃຫ້ບັນດາອົງການແຫ່ງສິດອຳນາດລັດ ເພີ່ມທະວີນິຕິກຳໃນການປົກຄອງຕາມກົດໝາຍໃຫ້ມີຄວາມສັກສິດ ແລະ ເຂັ້ມງວດ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ຊຸກຍູ້ສົ່ງເສີມນັກລົງທຶນພາຍໃນ ແລະ ຕ່າງປະເທດ ລົງທຶນພັດທະນາປະເທດຊາດຂອງພວກເຮົາໃນຊຸມປີຕໍ່ໜ້າ ຕາມທິດຍືນຍົງ ແລະ ສີຂຽວ.

    ນັບແຕ່ໄດ້ສະຖາປະນາ ສປປ ລາວ ເປັນຕົ້ນມາ ລັດເຮົາໄດ້ປະກາດໃຊ້ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍເປັນຈຳນວນຫຼວງຫຼາຍພໍສົມຄວນ ເຊິ່ງໄດ້ກາຍເປັນເຄື່ອງມືສໍາຄັນໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ລວມໝູ່ ແລະ ບຸກຄົນ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອພັດພັດທະນາເສດຖະກິດ-ສັງຄົມ ແຕ່ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຍັງມີຫຼາຍບັນຫາທີ່ເລັ່ງທວງໃຫ້ພວກເຮົາຕ້ອງໄດ້ກວດກາ ແລະ ປັບປຸງໃຫ້ດີກວ່າເກົ່າ ສະນັ້ນ ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ກຳນົດເອົາຫົວຂໍ້ການປະເມີນການປະຕິບັດກົດໝາຍທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຫົວຂໍ້ໜຶ່ງ ເພື່ອໃຫ້ລັດຖະບານລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງຜ່ານການປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງ ຄະນະຮັບຜິດຊອບຈຶ່ງໄດ້ເລືອກເຟັ້ນເອົາກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍຊັບສິນຂອງລັດ ເພື່ອເຮັດທົດລອງການປະເມີນການຈັດຕັ້ງປະຕິບັດ ແລະ ໄດ້ກຳນົດເອົາກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ນະຄອນຫຼວງວຽງຈັນ ເປັນສອງຈຸດທຳອິດເຮັດທົດລອງການປະເມີນ.

    ກອງປະຊຸມຄັ້ງນີ້ ຈະຮັບຟັງການລາຍງານຈາກ 4 ພະແນກການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ຄື: ພະແນກຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ ລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ຢູ່ ນວ ພະແນກແຜນການ  ແລະ  ການລົງທຶນ  ລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຢູ່ ນວ ພະແນກການເງິນລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ລາຍງານການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮ່ທາດ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!