ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ຜູ້ອໍານວຍການໃຫຍ່ UNOV/UNODC

    ວັນທີ 20 ເມສາ 2022 ທີ່ຫ້ອງການຂອງອົງການສະຫະປະຊາຊາດ ທີ່ນະຄອນຫຼວງວຽນ ສາທາລະ ນະລັດໂອຕຣິສ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳໂອຕຣິສ ໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານນາງ Ghada Fathi Waly ຜູ້ອໍານວຍການໃຫຍ່ (Director General) ສໍານັກງານ ສປຊ ປະຈໍານະຄອນຫຼວງວຽນ (United Nations Office in Vienna) ທັງຮັບຜິດຊອບການບໍລິຫານ (Executive Director) ອົງການ ສປຊ ວ່າດ້ວຍການຕ້ານຢາເສບຕິດ ແລະ ອາຊະຍາກໍາ (United Nations Office on Drugs and Crime-UNODC) ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາ 2 ອົງການດັ່ງກ່າວ.

    ໃນໂອກາດດັ່ງກ່າວ ທ່ານ ນາງ Ghada Fathi Waly ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄອນເພັງ ທຳມະວົງ  ໃນການດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ UNOV ແລະ ອົງການ UNODC ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ຂອງທ່ານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະ ສົ່ງເສີມການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNODC ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. 

    ໃນໂອກາດນີ້ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຂອງອົງການຕໍ່ ສປປ ລາວ ໃນຜ່ານມາ ໂດຍສະເພາະວຽກງານການຕ້ານການສໍ້ລາດບັງຫຼວງ ການຕ້ານຢາເສບຕິດ ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືອັນດີດັ່ງກ່າວຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປໃນຕໍ່ໜ້າ ພ້ອມນີ້ ທ່ານຜູ້ຕາງໜ້າຖາວອນຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວຈາກທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ສົ່ງເຖິງທ່ານ ນາງ Ghada Fathi Waly, ພ້ອມດ້ວຍພະນັກງານຂອງອົງການດັ່ງກ່າວ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!