ກໍາມະບານຮາກຖານພະແນກ ຖວທ ຮ່ວມຂະບວນການອອກແຮງງານຕ້ອນຮັບວັນກໍາມະກອນສາກົນ

    ວັນທີ 23 ເມສາ 2022 ກໍາມະບານຮາກຖານພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມຂະບວນການອອກແຮງງານເພື່ອຄໍານັບຮັບຕ້ອນວັນກໍາມະກອນສາກົນ ( 1 ພຶດສະພາ ) ຄົບຮອບ 136 ປີ ທີ່ຈະມາເຖິງນີ້ ໂດຍການນໍາພາຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີຄະນະກໍາມະບານຮາກຖານ ຊາວໜຸ່ມ ແມ່ຍິງ ແລະ ສະມາຊິກກໍາມະບານເຂົ້າຮ່ວມ. 

    ການອອກແຮງງານຄັ້ງນີ້ ໄດ້ຕັດຫຍ້າ ປັດກວາດ ແລະ ຊວ້ານດິນອອກຈາກແຄມຄູກາງທາງ ແລະ ສອງຟາກທາງ ຢູ່ເສັ້ນທາງສາມແຍກໄຟແດງທອງບົວທອງ ຫາ ສາມແຍກໄຟແດງໜອງບຶກ ທີ່ໄດ້ຮັບມອບໝາຍ ມີຄວາມຍາວ 1 ກິໂລແມັດ ພິເສດການອອກແຮງງານຄັ້ງນີ້ ພະແນກສຶກສາທິການ ແລະ ກີລາ ກໍໄດ້ນໍາພະນັກງານຂອງຕົນມາຊ່ວຍໃນຂອບເຂດທີ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮັບຜິດຊອບ ເນື່ອງຈາກວ່າຂອບເຂດການຮັບຜິດຊອບຕິດຈອດກັນ ສະແດງໃຫ້ເຫັນເຖິງການມີນໍ້າໃຈ ຄວາມສາມັກຄີ ຮັກແພງ ແລະ ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງພະແນກ ອັນໄດ້ເຮັດໃຫ້ການອອກແຮງງານຄັ້ງນີ້ສໍາເລັດໂດຍໄວ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!