ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈັດງານລ້ຽງພົບປະສັງສັນສື່ມວນຊົນ ໂອກາດບຸນປີໃໝ່ລາວ

    ຄະນະນຳທະນາຄານຮ່ວມທຸລະກິດ ລາວ-ຫວຽດນາມ ຈຳກັດ ຈັດງານລ້ຽງພົບປະສື່ມວນຊົນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2564 ແລະ ຕ້ອນຮັບປີໃໝ່ລາວ ພສ 2565 ເມື່ອຕອນແລງວັນທີ 20 ເມສາ 2022 ຜ່ານມາ ທີ່ໜອງທາເຊັນໂທຣພາກ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ຫງວຽນ ດຶກຫວູ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ມີບັນດາຜູ້ອຳນວຍການ ຮອງຜູ້ອຳນວຍການ ຫົວໜ້າບັນນາທິການ ຄະນະບັນນາທິການ ແລະ ສື່ມວນຊົນຈາກພາກສ່ວນຕ່າງໆ ຕະຫຼອດຮອດພະນັກງານພາຍໃນທະນາຄານດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ຫງວຽນ ດຶກຫວູ ໄດ້ກ່າວໃຫ້ຮູ້ເຖິງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ຊຶ່ງທະນາຄານດັ່ງກ່າວສ້າງຕັ້ງຂຶ້ນໃນປີ 1999 ມາຮອດປັດຈຸບັນກໍມີອາຍຸຄົບ 23 ປີພໍດີ ໂດຍຕະຫຼອດໄລຍະ 23 ປີແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ ທະນາຄານຂອງພວກເຮົາປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ຢ່າງບໍ່ຢຸດຢັ້ງ ນອກຈາກມີໜ້າທີ່ໃນການຊຳລະສະສາງ ແລກປ່ຽນ ສະໜອງສິນເຊື່ອ ແລະ ການບໍລິການທາງການເງິນແລ້ວ ທະນາຄານຍັງເຮັດໜ້າທີ່ທາງການເມືອງທີ່ພັກ ແລະ ລັດຖະບານສອງປະເທດມອບໝາຍໃຫ້ ໂດຍສະເພາະປະຕິບັດພາລະບົດບາດເປັນຂົວຕໍ່ອັນສຳຄັນ ລະຫວ່າງສອງພື້ນຖານເສດຖະກິດລາວ-ຫວຽດນາມ ຫວຽດນາມ-ລາວ ທັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ການຄ້າ ແລະ ການລົງທຶນຂອງສອງປະເທດໃຫ້ຂະຫຍາຍຕົວຂຶ້ນເທື່ອລະກ້າວ. 

    ທ່ານ ຫງວຽນ ດຶກຫວູ ກ່າວຕື່ມອີກວ່າ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2564  ແລະ ຕ້ອນຮັບປີໃໝ່ລາວ ພສ 2565 ນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະນຳ ແລະ ພະນັກງານທຸກຄົນພາຍໃນທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ ອວຍພອນໄຊອັນປະເສີດມາຍັງການນຳພັກ-ລັດ ແລະ ປະຊາຊົນລາວທົ່ວປະເທດ ເວົ້າລວມ ເວົ້າສະເພາະແມ່ນນັກຮົບສື່ມວນຊົນທຸກຂະແໜງການ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທັງຊີວິດສ່ວນຕົວ ແລະ ຄອບຄົວ. 

# ຄໍາຫວັນ ດາລາວົງ – ລາຍງານ

error: Content is protected !!