ເປີດນຳໃຊ້ຫ້ອງການ ອພສ ພ້ອມແຕ່ງຕັ້ງຮັກສາການປະທານ ອພສ ໄຊທານີ

ພິທີເປີດຫ້ອງການອົງການພຸດທະສາສະໜາສຳພັນລາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະແຕ່ງຕັ້ງຮັກສາການປະທານ ອພສ ເມືອງໄຊທານີ ຈັດຂຶ້ນທີ່ວັດບ້ານໜອງພະຍາ ໃນວັນທີ 20 ເມສາ 2022  ເປັນກຽດເຂົ້າຮ່ວມໂດຍ ພະອາຈານໃຫຍ່ຄຳໝັ້ນ ສີສະຫວັດ ຮອງປະທານ ອພສ ນະຄອນຫຼວງວຽງຈັນ ທ່ານ ຄຳປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີພະເຖລານຸເຖລະ ຄະນະພັກເມືອງ ຫົວໜ້າຫ້ອງການອົງການປົກຄອງບ້ານໜອງພະຍາເຂົ້າຮ່ວມ.

    ໃນພິທີ ພະອາຈານ ໂສພາ ສີບຸນເຮືອງ ຮອງປະທານ ອພສ ເມືອງໄຊທານີ ທັງເປັນຫົວໜ້າຫ້ອງການບໍລິຫານ ອພສ ເມືອງ ຂຶ້ນກ່າວລາຍງານວ່າ: ຜ່ານມາ ແມ່ນໄດ້ມີຄວາມຫຍຸ້ງຍາກຫຼາຍຢ່າງໃນການປະຕິບັດວຽກງານ ໂດຍສະເພາະສະຖານທີ່ເຮັດວຽກ ສະນັ້ນ ຄະນະບໍລິຫານງານ ອພສ ເມືອງ ເຫັນຄວາມຈໍາເປັນ ຈຶ່ງເຫັນດີເປັນເອກະພາບກັນສ້າງຫ້ອງການບໍລິຫານຂຶ້ນ ເພື່ອເປັນສະຖານທີ່ເຮັດວຽກຂອງຄະນະ ອພສ ເມືອງ ເປັນສະຖານທີ່ເຕົ້າໂຮມຄະນະສົງທົ່ວເມືອງ ແລະ ເປັນສະຖານທີ່ຕິດຕໍ່ປະສານງານດ້ານສາສະໜາ ໂດຍໄດ້ຮັບຄວາມຮ່ວມມື ແລະ ການອຸປະຖຳຈາກຄະນະສົງເມືອງໄຊທານີ ແລະ ຄະນະ ອພສ ນະຄອນຫຼວງວຽງຈັນຕະຫຼອດເຖິງຊາວພຸດທະສາສະນິກະຊົນທົ່ວໄປ ການກໍ່ສ້າງໄດ້ລົງມືເມື່ອວັນທີ 25 ສິງຫາ 2021 ດຳເນີນມາເປັນເວລາ 9 ເດືອນ ໃຊ້ງົບປະມານໃນການກໍ່ສ້າງ 300 ລ້ານກີບ ປັດຈຸບັນ ກໍ່ສ້າງຄືບໜ້າປະມານ 80% ຖືວ່າມີຄວາມພ້ອມໃນການດຳເນີນງານຕ່າງໆໄດ້ ຈຶ່ງເຫັນສົມຄວນຈັດພິທີເປີດເປັນທາງການຂຶ້ນ ໃນໂອກາດພິທີດັ່ງກ່າວຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການປະທານ ອພສ ເມືອງໄຊທານີ ເລກທີ 15/ອພສນວ ລົງວັນທີ 29 ມີນາ 2022 ໂດຍແຕ່ງຕັ້ງພະອາຈານ ໂສພາ ສີບຸນເຮືອງ ເປັນຜູ້ຮັກສາການປະທານ ອພສ ເມືອງໄຊທານີ.

     .# ຂ່າວ – ພາບ : ເພັດສະໝອນ

error: Content is protected !!