ກະກຽມພິທີສົມໂພດ ແລະ ມອບ-ຮັບຫໍຫຼັກເມືອງຂອງແຂວງໄຊສົມບູນ

    ວັນທີ 20 ເມສາ 2022 ຢູ່ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມກະກຽມພິທີສົມໂພດ ແລະ ມອບ-ຮັບຫໍຫຼັກເມືອງຂອງແຂວງ ເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ມີທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຄະນະກຳມະການກະກຽມສົມໂພດຫໍຫຼັກເມືອງພາຍໃນແຂວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ກິ່ງເພັດ ເພັດມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ໄດ້ຜ່ານຂໍ້ຕົກລົງຄະນະຮັບຜິດຊອບກະກຽມພິທີສົມໂພດ ແລະ ມອບ-ຮັບຫໍຫຼັກເມືອງຂອງແຂວງ ພ້ອມທັງຜ່ານບົດລາຍງານຜົນສຳເລັດຂອງໂຄງການ ເຊິ່ງໂຄງການກໍ່ສ້າງຫໍຫຼັກເມືອງໄດ້ເລີ່ມລົງມືຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 1 ມັງກອນ 2016 ເປັນຕົ້ນມາ ໂດຍແມ່ນບໍລິສັດ ພັດທະນາພູເບ້ຍ ກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າຕາມສັນຍາເບື້ອງຕົ້ນຈຳນວນ 25.598.000.000 ກີບ ແລະ ໄດ້ວ່າຈ້າງບໍລິສັດ ພິເອັມ ສຳຫຼວດ-ອອກແບບ ແລະ ທີ່ປຶກສາ ເປັນທີ່ປຶກສາ ມາຮອດປັດຈຸບັນ ເຫັນວ່າໂຄງການດັ່ງກ່າວ ໄດ້ສຳເລັດ ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 6 ປີ ກັບ 3 ເດືອນ ເຊິ່ງຜ່ານການກວດກາຄວາມຄືບໜ້າຂອງຄະນະກຳມະການຄັ້ງສຸດທ້າຍ ໃນວັນທີ 3 ກຸມພາ 2022 ຄະນະກຳມະການໄດ້ຢັ້ງຢືນວ່າ ໂຄງການດັ່ງກ່າວ ໄດ້ສຳເລັດ 99% ບັນດາວຽກທີ່ຍັງບໍ່ທັນສຳເລັດ ແມ່ນເຮັດບົດບັນທຶກກັບບໍລິສັດຮັບເໝົາ ເພື່ອປັບປຸງບາງໜ້າວຽກທີ່ຍັງບໍ່ທັນສຳເລັດ ຫຼັງຈາກນັ້ນມາ ບໍລິສັດ ຜູ້ຮັບເໝົາ ກໍໄດ້ຈັດຕັ້ງປະຕິບັດ ຈົນມາຮອດປັດຈຸບັນ ເຫັນວ່າໜ້າວຽກທີ່ຕ້ອງໄດ້ສືບຕໍ່ປັບປຸງນັ້ນ ໄດ້ຖືກຈັດຕັ້ງປະຕິບັດຈົນເກືອບສຳເລັດ 100%.

    ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ສຸມທຸກສະຕິປັນຍາເຂົ້າໃນການປະກອບຄຳຄິດ-ຄຳເຫັນດ້ວຍຄວາມຮັບຜິດສູງ ທັງນີ້ກໍເພື່ອຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດພິທີສົມໂພດ ກໍຄືການມອບ-ຮັບ ໃຫ້ມີຄວາມເປັນເອກະພາບ ທັງສາມາດນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ທັນຕາມກຳນົດເວລາ ແລະ ປາກົດຜົນເປັນຈິງ ເພື່ອເຮັດໃຫ້ຫໍຫຼັກເມືອງແຫ່ງນີ້ ກາຍເປັນສະຖານທີ່ສັກກາລະບູຊາຂອງຊາວແຂວງໄຊສົມບູນ ແລະ ຕ່າງແຂວງໃນອະນາຄົດ ເຊິ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຈັດພິທີສົມໂພດຕາມຮີດຄອງປະເພນີຂອງຄົນລາວຊາວພຸດ ເພື່ອເຮັດໃຫ້ສະຖານທີ່ດັ່ງກ່າວ ກາຍເປັນສູນລວມຈິດໃຈ ເປັນສະຖານທີ່ສັກສິດ ແລະ ເປັນເອກະລັກອັນຊົງຄຸນຄ່າຂອງປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ ຕາບນານຊົ່ວນານ.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!