ຮອງປະທານປະເທດ ຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ

    ໂອກາດທີ່ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ (ນວ) ວັນທີ 20 ເມສາ 2022 ກໍໄດ້ໄປຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ ນວ ໂດຍການນໍາພາຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ຖືກຕ້ອນຮັບຈາກຄະນະຄຸ້ມຄອງເຂດເສດຖະກິດ ແລະ ຄະນະອໍານວຍການບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດໃຫ້ການຕ້ອນຮັບ ມີຫົວໜ້າພະແນກການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຂຽງຄໍາ ພຸດຈັນທະວົງສາ ຮອງອໍານວຍການໃຫຍ່ບໍລິສັດຮ່ວມທຶນລາວ-ຈີນ ຈໍາກັດ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງເຂດພັດທະນາກວມລວມໄຊເສດຖາວ່າ: ໂຄງການເຂດພັດທະນາເຂດກວມລວມໄຊເສດຖາ ເປັນໂຄງການສໍາຄັນທີສອງຂອງລັດຖະບານ ເປັນໂຄງທີ່ຖືເອົາການປົກປັກຮັກສາສິ່ງແວດລ້ອມ ແລະ ເຂດຂຽວເປັນຫຼັກ ດັ່ງນັ້ນ ຕາງໜ້າລັດຖະບານລາວ ກໍຄືກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ຈຶ່ງໄດ້ຮ່ວມກັນສ້າງຕັ້ງເຂດຕົວແບບການປ່ອຍອາຍກາກບອນຕໍ່າຢູ່ເຂດພັດທະນາກວມລວມໄຊເສດຖາ ມາຮອດປັດຈຸບັນ ເຂດພັດທະນາໄດ້ສໍາເລັດການກໍ່ສ້າງໄລຍະທີໜຶ່ງ ແລະ ກໍາລັງສຸມໃສ່ກໍ່ສ້າງເຂດການຄ້າການທ່ອງທ່ຽວ ເຂດຕົວເມືອງໃໝ່ ນວ ໄລຍະທີສອງ ເພື່ອເປັນການປັບປຸງສິ່ງອໍານວຍຄວາມສະດວກຂອງໂຄງລ່າງພື້ນຖານ  ເຂດດັ່ງກ່າວ ໄດ້ມີການລົງທຶນໄປແລ້ວທັງໝົດ 1,3 ຕື້ໂດລາສະຫະລັດ ໃນນີ້ ລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາສະຫະລັດ ມູນຄ່າຂອງວິສາຫະກິດທີ່ລົງທຶນຢຸ່ໃນເຂດປະມານ 700 ລ້ານໂດລາ ນອກນີ້ ມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາທັງໝົດ 107 ບໍລິສັດ ໃນນີ້ ມີ 52 ບໍລິສັດທີ່ໄດ້ເລີ່ມທໍາການຜະລິດແລ້ວ 55 ບໍລິສັດກໍາລັງກະກຽມເບື້ອງຕົ້ນ ແລະ ກໍາລັງດໍາເນີນການກໍ່ສ້າງ ເຊິ່ງເປັນນັກລົງທຶນທີ່ມາຈາກ 7 ປະເທດ ແລະ ພື້ນທີ່ເຊັ່ນ: ຈີນ ໄທ ຍີ່ປຸ່ນ ມາເລເຊຍ ສິງກະໂປ ລາວ ແລະ ສະຫະລັດອາເມຣິກາ ໂດຍສ່ວນໃຫຍ່ ຂອບເຂດການລົງທຶນກວມເອົາຜະລິດຕະພັນເອເລັກໂຕຣນິກ ຜະລິດຕະພັນອຸປະກອນໄຟຟ້າ ຢາ ພະລັງງານສະອາດ ການປຸງແຕ່ງຜະລິດຕະພັນກະສິກໍາ ການແປຮູບເຄື່ອງນຸ່ງຫົ່ມ ເຄື່ອງໂລຫະ ການຂົນສົ່ງ ແລະ ສາງສິນຄ້າ ນອກນີ້ ຍັງໄດ້ສະເໜີຂໍ້ຄົງຄ້າງຈໍານວນໜຶ່ງ ເພື່ອໃຫ້ມີການແກ້ໄຂໂດຍໄວ.

    ຕອນທ້າຍ ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນເຊິ່ງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບໂຄງການສືບຕໍ່ພັດທະນາໃຫ້ສໍາເລັດ ກາຍເປັນເມືອງຕົວແບບສູນກາງສິນຄ້າ ການບໍລິການຕ່າງໆ ພັດທະນາສິ່ງອໍານວຍຄວາມສະດວກປິ່ນອ້ອມຮັບໃຊ້ໃຫ້ແກ່ພະນັງານ ກໍາມະກອນ ໄດ້ສຶກສາຮຽນຮູ້ ສິ່ງສໍາຄັນ ບັນຫາສິ່ງແວດລ້ອມໃຫ້ຄະນະຮັບຜິດຊອບສົມທັບກັບ ນວ ແລະ ຮາກຖານບ້ານອ້ອມຂ້າງ ເຂົ້າມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ ລວມທັງວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ ຖ້າເຮັດໄດ້ ເຊື່ອວ່າການພັດທະນາຈະໄປຕາມແຜນການ ເພື່ອເຮັດໃຫ້ມີຜະລິດຕະພັນສະໜອງຮັບໃຊ້ພາຍໃນ ນວ ກໍຄືປະເທດລາວ ຮັບໃຊ້ການຜະລິດກະສິກໍາ ຄົມມະນາຄົມ ການຄ້າ ແລະ ອື່ນໆໃຫ້ກາຍເປັນໂຄງການຕົວແບບ ກາຍເປັນສັນຍະລັກການຮ່ວມມືລາວ-ຈີນ ພາຍຫຼັງທີ່ມີຄໍາເຫັນ ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ທ່ຽວຊົມບັນດາບໍລິສັດທີ່ມາລົງທຶນໃນເຂດດັ່ງກ່າວ ພ້ອມນັ້ນ ໄດ້ຢ້ຽມຢາມເບິ່ງຂັ້ນຕອນການຜະລິດຂອງບໍລິສັດເປເຕີ ເຄື່ອງນຸ່ງຫົ່ມ ລາວ ແລະ ບໍລິສັດ ເປໂຕຣເຄມີລາວ ຈໍາກັດ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!