ນະຄອນຫຼວງວຽງຈັນ ໄດ້ພະຍາຍາມເຮັດຫຼາຍວິທີເພື່ອຟື້ນຟູທຸລະກິດການທ່ອງທ່ຽວ

    ອີງຕາມການລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຕິດພັນກັບການຜັນຂະຫຍາຍສອງວາລະແຫ່ງຊາດຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທີ່ລາຍງານໃນໂອກາດທີ່ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ວັນທີ 20 ມັງກອນ 2022 ມີບາງຕອນໃຫ້ຮູ້ກ່ຽວກັບດ້ານການທ່ອງທ່ຽວວ່າ:

    ນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19 ຈາກຜົນການສໍາຫຼວດຂອງນະຄອນຫຼວງວຽງຈັນ ເຫັນວ່າ ພາກການບໍລິການທ່ອງທ່ຽວ ເປັນຂະແໜງການທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ເພື່ອເປັນການຟື້ນຟູທຸລະກິດການທ່ອງທ່ຽວ ພວກເຮົາໄດ້ພະຍາຍາມເຮັດຫຼາຍວິທີທາງ ເປັນຕົ້ນ ໄດ້ຊຸກຍູ້ສົ່ງເສີມກິດຈະກຳລາວທ່ຽວລາວ ເຊິ່ງຜ່ານມາ ນະຄອນຫຼວງວຽງຈັນມີການຈັດຄາຣາວານທ່ອງທ່ຽວລົງສູ່ພາກເໜືອ ແລະ ບໍລິສັດທ່ອງທ່ຽວ ໄດ້ຈັດບໍລິການທ່ອງທ່ຽວສູ່ພາກເໜືອ – ພາກໃຕ້ ໄດ້ປະຕິບັດທ່ອງທ່ຽວສີຂຽວ ພາຍໃຕ້ໂຄງການ Lao Safe ແລະ ການທົດລອງນຳເຂົ້້ານັກທ່ອງທ່ຽວກີລາຕີກ໊ອຟຈາກປະເທດເກົາຫຼີ ເຊິ່ງເປັນໂຄງການທີ່ນະຄອນຫຼວງວຽງຈັນ ໄດ້ນຳສະເໜີຕໍ່ລັດຖະບານໃນເບື້ອງຕົ້ນ ໄດ້ສ້າງເງື່ອນໄຂໃຫ້ພາກລັດ ແລະ ທຸລະກິດ ຈັດງານເທສະການຕ່າງໆ ເພື່ອໃຫ້ຜູ້ປະກອບການໄດ້ມີໂອກາດອອກມາຂາຍອາຫານໃນງານເທສະການຕ່າງໆ ພາຍໃຕ້ເງື່ອນໄຂ ແລະ ລະບຽບການຂອງຄະນະສະເພາະກິດກຳນົດອອກໃນແຕ່ລະໄລຍະ ມາຮອດປັດຈຸບັນມີການຈັດເທດສະການແລ້ວ 16 ຄັ້ງ ທຸລະກິດໂຮງແຮມ-ເຮືອນພັກ ໄດ້ເປີດບໍລິການ 3 ຮູບແບບຄື: ບໍລິການຮັບໃຊ້ແຂກພາຍໃນປະເທດ ບໍລິການເປັນໂຮງແຮມ ຈຳກັດບໍລິເວນຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ປັດຈຸບັນ ໄດ້ເປີດບໍລິການ 50 ແຫ່ງ ແລະ ບໍລິການເປັນໂຮງໝໍປິ່ນປົວຜູ້ຕິດເຊື້ອມີອາການເບົາບາງ Hospitel ເຊິ່ງໄດ້ເປີດບໍລິການຈຳນວນ 6 ແຫ່ງ ຜ່ານການບໍລິການດັ່ງກ່າວ ເຮັດໃຫ້ທຸລະກິດ ໂຮງແຮມ ແລະ ເຮືອນພັກ ມີລາຍຮັບເພື່ອສືບຕໍ່ດຳເນີນທຸລະກິດໄດ້ ໄດ້ແຕ່ງຕັ້ງຄະນະລົງປະເມີນສະຖານທີ່ຈະເຂົ້້າຮ່ວມໂຄງການທ່ອງທ່ຽວສີຂຽວ ເພື່ອຈັດເຝິກອົບຮົມໃຫ້ພະນັກງານບໍລິການ ເພື່ອກຽມພ້ອມການຮັບຕ້ອນນັກທ່ອງທ່ຽວທີ່ປອດໄພສະຖານທີ່ທ່ອງທ່ຽວ ປັດຈຸບັນ ຢູ່ນະຄອນຫຼວງວຽງຈັນໄດ້ປະເມີນສະຖານທີ່ແຫຼ່ງທ່ອງທ່ຽວສີຂຽວແລ້ວ 7 ແຫ່ງ.

    ຜ່ານການປະຕິບັດມາດຕະການເຫຼົ່ານັ້ນ ເຫັນວ່ານັບແຕ່ຕົ້ນເດືອນມັງກອນ 2020 ມາເຖິງປັດຈຸບັນ ນະຄອນຫຼວງວຽງຈັນ ໄດ້ມີນັກທ່ອງທ່ຽວຕ່າງປະເທດ ເດີນທາງມາທ່ອງທ່ຽວແລ້ວຈຳນວນ 1.007 ເທື່ອຄົນ ມາກຈາກ 27 ປະເທດ ແລະ ໄດ້ຜ່ານບໍລິສັດທ່ອງທ່ຽວ ຈໍານວນ 18 ບໍລິສັດ ແຕ່ຂໍ້ຄົງຄ້າງໃນປັດຈຸບັນແມ່ນການປະຕິບັດມາດຕະການປ້ອງກັນລະບາດພະຍາດໂຄວິດ-19 ທີ່ເຮົາກໍານົດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາຕ້ອງຈໍາກັດບໍລິເວນຕົນເອງ 48 ຊົ່ວໂມງ ພາຍຫຼັງປະກາດນະໂຍບາຍນີ້ອອກໄປ ໄດ້ເຮັດໃຫ້ນັກທ່ອງທ່ຽວຈໍານວນຫຼາຍຍົກເລີກການເດີນທາງເຂົ້າມາທ່ຽວລາວຫຼາຍສົມຄວນ.

     .# ຂ່າວ – ພາບ : ຂັນທະວີ

error: Content is protected !!