ມອບ-ຮັບໜ້າທີ່ ບັນດາຫົວໜ້າກົມ ພາຍໃນ ຫສນຍ

   ວັນທີ 20 ເມສາ 2022 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ບັນດາທ່ານຫົວໜ້າກົມພາຍໃນ ຫສນຍ ໂດຍເປັນປະທານຂອງທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ມີບັນດາທ່ານຜູ້ຊ່ວຍລັດຖະມົນຕີ ຫົວໜ້າ ຫສນຍ ຫົວໜ້າກົມ ຮອງຫົວໜ້າກົມ ແລະ ຄະນະພະແນກ ພາຍໃນ ຫສນຍ ເຂົ້າຮ່ວມ.

    ໃນພິທີ ບັນດາທ່ານຫົວໜ້າກົມຜູ້ເກົ່າ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານຫຍໍ້ຂອງກົມ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ຫຼັງຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ຈຳນວນ 7 ກົມ ພາຍໃນ ຫສນຍ. ໂອກາດນີ້ ທ່ານປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍທ່ານໄດ້ກ່າວວ່າ: ການໝູນວຽນໜ້າທີ່ຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງ ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ເປັນເລື່ອງປົກກະຕິຂອງພັກ ແລະ ລັດເຮົາ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈໍາເປັນໃນໄລຍະໃໝ່ ໂດຍສະເພາະແມ່ນຜົນກອງປະຊຸມໃຫຍ່ ຄັ້ງທີີ V ຂອງອົງຄະນະພັກ ຫສນຍ ທັງເປັນການປະຕິບັດຕາມການຕົກລົງ ແລະ ທິດຊີ້ນໍາຂອງຂັ້ນເທິງ ພ້ອມດຽວກັນນີ້ ທ່ານຮອງລັດຖະມົນຕີ ຮອງຫົວໜ້າ ຫສນຍ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານຫົວໜ້າກົມຜູ້ເກົ່າ ທີ່ໄດ້ຮ່ວມກັບຄະນະກົມ ນໍາພາສະມາຊິກພັກ ພະນັກງານ ພາຍໃນກົມຂອງຕົນເອງ ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ຂອງກົມ ຈົນໄດ້ຮັບຜົນສໍາເລັດເປັນຢ່າງດີ ສໍາລັບບັນດາທ່ານຫົວໜ້າກົມທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້ ກໍລ້ວນແລ້ວແຕ່ຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີຜົນງານໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ໄດ້ຮັບການໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ ກໍຄືການຈັດຕັ້ງ ສິ່ງສໍາຄັນ ຍັງເປັນທີ່ຍອມຮັບຂອງສະມາຊິກພັກ-ພະນັກງານ ພາຍໃນ ຫສນຍ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!