ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງທາງໂທລະສັບ ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 21 ເມສາ 2022 ວ່າ ເກີດເຫດການໄຟໄໝ້ເຮືອນຕັ້ງຢູ່ບ້ານ ທົ່ງສ້າງນາງ ໜ່ວຍ 25 ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເມື່ອໄດ້ຮັບແຈ້ງ ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພໄດ້ກຽມພ້ອມພາຫະນະ ແລະ ກຳລັງພົນອອກໄປຫາຈຸດເກີດເຫດ ໂດຍໃຊ້ລົດມອດໄຟ ຈໍານວນ 2 ຄັນ ພະນັກງານອ້າຍນ້ອງ 12 ສະຫາຍ ເມື່ອມາເຖິງຈຸດເກີດເຫດ ເຈົ້າໜ້າທີ່ວິຊາສະເພາະກໍໄດ້ເຂົ້າມອດໄຟໄໜ້ ໃຊ້ເວລາມອດ 2 ຊົ່ວໂມງ ໄຟຈຶ່ງດັບມອດລົງ.
ເຮືອນຫຼັງດັ່ງກ່າວ ເປັນເຮືອນຂອງນາງ ຕາລີ ສີສົມຫວັງ ອາຍຸ 60 ປີ ຮອງນາຍບ້ານ ບ້ານທົ່ງສ້າງນາງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເຮືອນມີລັກສະນະເປັນເຮືອນສອງຊັ້ນ ຊັ້ນລຸ່ມກໍ່ດ້ວຍຊີມັງ ຊັ້ນສອງແອ້ມດ້ວຍໄມ້ແປ້ນ ມຸງດ້ວຍສັງກະສີ ຂະໜາດ 12,1 x 18 ແມັດ ຖືກໄໝ້ໝົດ ລົດໃຫຍ່ 3 ຄົນ ລົດຮຸນໄດ 1 ຄັນ ລົດເກງ 2 ຄັນ ລົດຈັກສະກຸບປີ້ 1 ຄັນ ລົດຈັກ ເວບ 100 ຈຳນວນ 1 ຄັນ ຖືກໄໝ້ໝົດ ມູນຄ່າເສຍຫາຍຍັງຢູ່ໃນການປະເມີນ.
ສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້ ຍ້ອນເກີດຈາກໄຟຟ້າລັດວົງຈອນ (ໄຟຟ້າຊ໋ອດ) ຢູ່ເທິງເພດານຊັ້ນສອງ ຈຶ່ງເປັນສາເຫດຂອງການໄໝ້ໃນຄັ້ງນີ້.


