ວິທີທີ່ຜູ້ຄົນໃນປະເທດລາວສາມາດເຊື່ອມຕໍ່ ແລະ ດຳເນີນການ ໃນໂອກາດວັນຄຸ້ມຄອງໂລກ

    Meta ໄດ້ສ້າງແພລດຟອມທີ່ເຮັດໃຫ້ຜູ້ຄົນສາມາດເຊື່ອມຕໍ່ພົວພັນເຊິ່ງກັນ ແລະ ກັນ ຊອກຫາຊຸມຊົນ ແລະ ການເຕີບໂຕທຸລະກິດຂອງພວກເຂົາ ໃນປີ 2004 Meta ໄດ້ເປີດໂຕ Facebook ເຊິ່ງເຮັດໃຫ້ວິທີທີ່ຜູ້ຄົນເຊື່ອມຕໍ່ກັນນັ້ນປ່ຽນໄປ ແລະ ຍັງເຮັດໃຫ້ຜູ້ຄົນທົ່ວໂລກໄດ້ໃກ້ຊິດກັນຍິ່ງຂຶ້ນ ແອັບພລີເຄຊັນຕ່າງໆ ເຊັ່ນ: Messenger Instagram ແລະ WhatsApp ໄດ້ເພີ່ມຄວາມສາມາດໃຫ້ຜູ້ຄົນນັບພັນລ້ານຄົນທົ່ວໂລກ ປັດຈຸບັນ Meta ກຳລັງພັດທະນາ ແລະ ລົງທຶນໃນເຕັກໂນໂລຊີຕ່າງໆ ທີ່ລໍ້າໜ້າ ເພື່ອເຮັດໃຫ້ Metaverse ປາກົດຜົນເປັນຈິງ ທັງເປັນການກ້າວຂ້າມເຕັກໂນໂລຊີແບບໜ້າຈໍ 2 ມິຕິ ໄປສູ່ການສຳຜັດ ປະສົບການສະເໝືອນຈິງ ເປັນຕົ້ນ AR ແລະ VR ເພື່ອຊ່ວຍສ້າງວິວັດທະນາການໃໝ່ຂອງເຕັກໂນໂລຊີ ອອນລາຍ.

    ວັນທີ 20 ເມສາ 2022 ກົງກັບວັນຄຸ້ມຄອງໂລກ Meta ໄດ້ປະກາດວິທີການງ່າຍໆ ເພື່ອໃຫ້ຜູ້ຄົນສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ວິທີການໃນການຈັດຕັ້ງປະຕິບັດ ນອກນີ້ ບໍລິສັດຍັງໄດ້ເປີດໂຕຊຸດສະຕິກເກີ ແລະ ຟີເຈີທີ່ອອກແບບມາເປັນພິເສດສຳລັບວັນຄຸ້ມຄອງໂລກ ທີ່ສາມາດນຳໃຊ້ໄດ້ທົ່ວເທິງແພລດຟອມຕ່າງໆຂອງພວກເຂົາ ເຊິ່ງເຮັດໃຫ້ຜູ້ຄົນສາມາດສະແດງຄວາມມຸ່ງໝັ້ນຂອງຕົວເອງຕໍ່ສິ່ງແວດລ້ອມໄດ້.

    ຊຸດສະຕິກເກີໃໝ່ ແລະ ເອັບເຟັກຕ່າງໆສຳລັບວັນຄຸ້ມຄອງໂລກ ເທິງ Messenger ແລະ Instagram ເນື່ອງຈາກຄວາມ ສົນໃຈທີ່ເພີ່ມຂຶ້ນ ຜູ້ຄົນຄາດຫວັງວ່າຈະສາມາດເຂົ້າເຖິງວິທີການຕ່າງໆໃນການຕິດຕາມບັນຫາດ້ານສະພາບອາກາດໄດ້ ເຊິ່ງ Meta ໄດ້ຮ່ວມມືກັບນັກແຕ້ມຮູບປະກອບທີ່ມີຊື່ສຽງ ເພື່ອນໍາສະເໜີສະຕິກເກີທີ່ສາມາດປັບແຕ່ງເອງໄດ້ເທິງ Messenger ແລະ Instagram ເຊິ່ງເລີ່ມນໍາໃຊ້ແຕ່ອາທິດນີ້ເປັນຕົ້ນໄປ ເກມມືຖືເປັນມິດກັບໂລກ ທີ່ມີຊື່ວ່າ Heads Up! ຂອງ ເອເລນ ດີຈີເນເຣສ ກໍຈະມາໃນຮູບແບບຂອງການໂທແບບວິດີໂອຄໍເທິງ Messenger ແລະ Instagram ນອກນີ້ ຜູ້ໃຊ້ງານຍັງສາມາດ ອອກແບບເອັບເຟັກຄຳເວົ້າຂອງຕົວເອງ ແລະ ສະຕິກເກີ້ ອາວາຕາ 3 ມິຕິ ເພື່ອສະແດງໃຫ້ເຫັນການສະໜັບສະໜັບສະໜູນຕໍ່ການ ຄຸ້ມຄອງດິນຟ້າອາກາດອີກດ້ວຍ ສຳລັບຂໍ້ມູນເພີ່ມຕື່ມ ແລະ ວິທີການເຂົ້າເຖິງສິ່ງທີ່ກ່າວມານີ້ ກົດ [ບ່ອນນີ້]

    ຄວາມມຸ່ງໝັ້ນຂອງ Meta ຕໍ່ກັບສິ່ງແວດລ້ອມ: ບໍລິສັດໄດ້ສືບຕໍ່ຄວາມມຸ່ງໝັ້ນຕໍ່ກັບສິ່ງແວດລ້ອມ ຜ່ານການພັດທະນາ ນະວັດຕະກຳໃໝ່ໆ ແລະ ໄດ້ສືບຕໍ່ວຽກງານການຕໍ່ຕ້ານຄວາມເຂົ້າໃຈຜິດກ່ຽວກັບດິນຟ້າອາກາດ ໂດຍຜ່ານ ໂຄງການ $1 million Climate Misinformation grant ຄຽງຄູ່ກັບການຂະຫຍາຍ ການສຳຫຼວດຄວາມຄິດເຫັນກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ປະຈຳປີ ເຊິ່ງດຳເນີນການໂດຍການຮ່ວມມືກັບໂຄງການ ເຢວລ (Yale) ວ່າດ້ວຍການສື່ສານດ້ານການປ່ຽນ ແປງຂອງດິນຟ້າອາກາດ ​ເພື່ອແບ່ງປັນຂໍ້ມູນກ່ຽວກັບຄວາມຄິດເຫັນຂອງຜູ້ຄົນທົ່ວໄປໃນຫຼາຍກວ່າ 180 ປະເທດ ຕໍ່ກັບບັນຫາ ການປ່ຽນແປງຂອງດິນຟ້າອາກາດ.

    ໂຄສົກຂອງ Meta ກ່າວວ່າ: ທຸກໆວັນ ຜູ້ຄົນຫຼາຍກວ່າພັນຄົນທົ່ວເທິງແພັດຟອມຂອງພວກເຮົາໄດ້ລວມຕົວກັນເພື່ອເຊື່ອມຕໍ່ ແລະ ດຳເນີນການຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ ການປຸກລະດົມກັນຜ່ານກຸ່ມໃນ Facebook ເລີ່ມຕົ້ນຊື້-ຂາຍຈາກທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມເທິງ Instagram ຫຼືການເຝິກຝົນເຄັດລັບທີ່ຍືນຍົງ ກັບຜູ້ສ້າງເນື້ອຫາ ພວກເຮົາ ດີໃຈທີ່ເຫັນວ່າມັນບໍ່ມີຂໍ້ຍົກເວັ້ນໃດໆສຳລັບປະເທດລາວ ແລະ ຫວັງວ່າຈະໄດ້ເຫັນການນໍາໃຊ້ສະຕິກເກີ ຟີເຈີ້ ແລະ ນະວັດຕະກຳ ໃໝ່ໆຂອງພວກເຮົາຫຼາຍຍິ່ງຂຶ້ນ ໃນບົດສົນທະນາຂອງທ່ານເຊັ່ນດຽວກັນ ວັນຄຸ້ມຄອງໂລກ ເປັນການຢໍ້າເຕືອນທີ່ສຳຄັນເຖິງການ ກະທຳທັງໝົດ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ກໍລ້ວນແຕ່ສາມາດສ້າງຄວາມແຕກຕ່າງໃນການປົກປັກຮັກສາໂລກຂອງພວກເຮົາໄດ້.

    ການດຳເນີນງານໃນທົ່ວໂລກຂອງ Meta ໄດ້ນຳໃຊ້ພະລັງງານທົດແທນເຖິງ 100% ພ້ອມທັງໄດ້ວາງເປົ້າໝາຍເພື່ອບັນລຸ ການປ່ອຍມົນລະພິດເປັນສູນ ໃນຕະຫຼອດຂະບວນການຜະລິດ ແລະ ການຫັນເປັນບໍລິສັດທີ່ນໍ້າແບບໝຸນວຽນໃນປີ 2030.

# ຂ່າວ – ພາບ : ສະບາໄພ

error: Content is protected !!