ອາເມຣິກາ ສະໜັບສະໜູນບຸຄະລາກອນດ້ານການແພດຟື້ນຟູໜ້າທີ່ການຢູ່ ສປປ ລາວ

   ວັນທີ 20 ເມສາ 2022 ທີ່ນະຄອນຫຼວງວຽງຈັນ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະ​ຈຳ ສ​ປ​ປ ລາວ ພ້ອມດ້ວຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມເພື່ອເປີດຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ​ທີ່ສູນການແພດຟື້ນຟູໜ້າທີ່ການ (ສຟຟ) ນອກຈາກນີ້  ​ໃນພິທີດັ່ງກ່າວ ຍັງເປັນການມອບ-ຮັບອຸປະກອນດ້ານການແພດຟື້ນຟູໜ້າທີ່ການໃຫ້ກັບ ສຟຟ ແລະ ກະຊວງສາທາລະນະສຸກ.

    ທ່ານ ປີເຕີ ເຮມ໋ອນ ກ່າວວ່າ: ການຊ່ວຍເຫຼືອດ້ານສຸຂະພາບ ແລະ ຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ສະຫະລັດອາເມລິກາຫວັງເປັນຢ່າງຍິ່ງວ່າພວກເຮົາຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທີ່ໄດ້ມາດຕະຖານສາກົນ ພວກເຮົາມີຄວາມພູມໃຈທີ່ໄດ້ສະໜອງອຸປະກອນການແພດຟື້ນຟູໜ້າທີ່ການໃໝ່ດັ່ງກ່າວນີ້ ໃຫ້ກັບ ສຟຟ ເພື່ອຊ່ວຍໃຫ້ຄົນທີ່ມີຄວາມຫຍຸ້ງຍາກໃນການຍ່າງ ບໍ່ວ່າຈະດ້ວຍສາເຫດໃດກໍຕາມ ໃຫ້ພວກເຂົາສາມາດກັບມາຍ່າງໄດ້ອີກຄັ້ງ.

     ການແພດຟື້ນຟູໜ້າທີ່ການ ແມ່ນຍຸດທະສາດທີ່ສໍາຄັນສໍາລັບການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການບໍລິການດ້ານສາທາລະນະສຸກ ການແພດຟື້ນຟູໜ້າທີ່ການທີ່ມີຄຸນນະພາບ ມີຢູ່ໃນທຸກລະດັບຂອງລະບົບການບໍລິການດ້ານສາທາລະນະສຸກ ໂດຍສະເພາະແມ່ນລະດັບການປິ່ນປົວຂັ້ນຕົ້ນ ເພື່ອເພີ່ມປະສິດທິພາບໃນການເຮັດໜ້າທີ່ການຂອງປະຊາກອນລາວ ແລະ ເປີດໂອກາດໃຫ້ທຸກຄົນມີສ່ວນຮ່ວມໃນກິດຈະກຳທາງສັງຄົມ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ.     

    ນອກຈາກນີ້ ໂຄງການ USAID ຍັງໃຫ້ການສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດ ໂດຍການຍົກລະດັບເຄື່ອງມືດ້ານການແພດຟື້ນຟູໜ້າທີ່ການໃຫ້ໄດ້ມາດຕະຖານສາກົນ. ໂຄງການ USAID ໂອ​ກາດໄດ້ສະໜອງເຄື່ອງເກາະຫ້ອຍຝຶກແອບຍ່າງໃຫ້ແກ່ ສຟຟ ອຸປະກອນທີ່ທັນສະໄໝດັ່ງກ່າວນີ້ ຈະຊ່ວຍໃຫ້ຄົນທີ່ມີຄວາມຫຍຸ້ງຍາກໃນການຍ່າງຈຳນວນຫຼາຍ ພາຍຫຼັງທີ່ເກີດອຸບັດເຫດ ຫຼື ເປັນພະຍາດ ເຊັ່ນ: ກະດູກແຕກຫັກ ເສັ້ນເລືອດອຸດຕັນ ການບາດເຈັບທາງສະໝອງ ຫຼື ການນຳໃຊ້ຂາທຽມ ເພື່ອປັບປຸງການຊົງໂຕ ແລະ ຟື້ນຟູຄວາມສາມາດດ້ານການຍ່າງຂອງພວກເຂົາ.

    ພ້ອມນີ້ ໂຄງການ USAID ໃຫ້ການສະໜັບສະໜູນທາງດ້ານການເງິນປະ​ມານ 255 ລ້ານກີບ ສຳລັບສ້າງຕັ້ງ ແລະ ຕິດຕັ້ງອຸປະກອນຝຶກອົບຮົມຢູ່ຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ແລະ ສຳລັບ ສຟຟ ເພື່ອຮັບສະໝັກ ແລະ ຝຶກອົົບຮົມຄູຝຶກຫຼັກ ພ້ອມທັງໃຫ້ການສະໜັບສະໜູນຈຳ​ນວນ 342 ລ້ານກີບ ເພື່ອຕິດຕັ້ງເຄື່ອງເກາະຫ້ອຍ ແລະ ລະບົບລາງເລື່ອນຝຶກແອບຍ່າງ.

error: Content is protected !!