ພາຍໃນ 3 ເດືອນ ມີນັກທ່ອງທ່ຽວເດີນທາງເຂົ້າມາຫຼວງພະບາງເຖິງ 67 ພັນກວ່າຄົນ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 74%

   ນະຄອນຫຼວງພະບາງເມືອງມໍລະດົກໂລກ ທັງເປັນໜຶ່ງນະຄອນທີ່ນອນຢູ່ໃນເຂດທ່ອງທ່ຽວສີຂຽວ ເມືອງຍອດນິຍົມແຫ່ງການທ່ອງທ່ຽວ ພາຍຫຼັງເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຍິ່ງກໍ່ໃຫ້ເກີດຄວາມສະດວກໃນການເດີນທາງໄປ-ມາລະຫວ່າງນະຄອນຫຼວງພະບາງ ແລະ ແຂວງຕ່າງໆ ເຊິ່ງເປັນໜຶ່ງເຫດຜົນທີ່ສົ່ງຜົນໃຫ້ບັນຍາກາດການທ່ອງທ່ຽວໃນນະຄອນຫຼວງພະບາງກັບມາຄຶກຄື້ນອີກຄັ້ງ ສະແດງໃຫ້ເຫັນໃນໄລຍະ 3 ເດືອນຜ່ານມາ ສະເລ່ຍຕົວເລກນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫຼວງພະບາງ 67.860 ຄົນ ທຽບໃສ່ໄລຍະປີຜ່ານມາເພີ່ມຂຶ້ນ 74%.

    ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປີໃໝ່ລາວຢູ່ນະຄອນຫຼວງພະບາງ ກໍຄືແຂວງຫຼວງພະບາງ ປີນີ້ບໍ່ໄດ້ຈັດງານບຸນທີ່ຍິ່ງໃຫຍ່ຄືຜ່ານມາ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ແຕ່ກໍຍັງມີມວນຊົນທີ່ເດີນທາງມາຈາກຕ່າງແຂວງມາທ່ອງທ່ຽວເປັນຈໍານວນຫຼາຍ ສັງລວມນັກທ່ອງທ່ຽວໃນໄລຍະ 3 ເດືອນຜ່ານມາ ມີ 67.860 ເທື່ອຄົນ ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 28.990 ເທື່ອຄົນ ເທົ່າກັບ 74% ໃນນັ້ນ ເປັນນັກທ່ອງທ່ຽວພາຍໃນ 100% ສະເພາະໃນໄລຍະບຸນປີໃໝ່ລາວ ມີນັກທ່ອງທ່ຽວຕ່າງແຂວງເຂົ້າມາຫຼວງພະບາງຈໍານວນ 16.530 ເທື່ອຄົນ ເຊິ່ງສາເຫດທີ່ເຮັດໃຫ້ມີນັກທ່ອງທ່ຽວມາທ່ອງທ່ຽວຢູ່ຫຼວງພະບາງເປັນຈໍານວນຫຼາຍໃນໂອກາດປີໃໝ່ລາວປີນີ້ ຍ້ອນວ່າຫຼວງພະບາງເປັນເມືອງທ່ອງທ່ຽວ ການເດີນທາງໄປຫຼວງພະບາງມີຄວາມສະດວກສະບາຍ ໂດຍສະເພາະການເດີນທາງດ້ວຍລົດໄຟລາວ-ຈີນ ທີ່ພວມໄດ້ຮັບຄວາມນິຍົມໃນປັດຈຸບັນ.

    ເມື່ອມີນັກທ່ອງທ່ຽວເດີນທາງໄປຫຼາຍຄືດັ່ງກ່າວ ອົງການປົກຄອງແຂວງ ກໍຄືອົງການປົກຄອງນະຄອນຫຼວງພະບາງ ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕິດຕາມ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ພ້ອມທັງຮຽກຮ້ອງໃຫ້ນັກທ່ອງທ່ຽວທຸກຄົນເປັນເຈົ້າການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ອົງການປົກຄອງແຂວງ ກໍຄືອົງການປົກຄອງນະຄອນຫຼວງພະບາງວາງອອກຢ່າງເຂັ້ມງວດ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!