ອາຊຽນ ຕີລາຄາການຟື້ນຟູຜົນກະທົບຈາກການລະບາດພະຍາດໂຄວິດ-19

    ວັນທີ 20 ເມສາ 2022 ທີ່ກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໜ່ວຍງານຂອງສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 8 ແບບທາງໄກ ພາຍໃຕ້ການເປັນປະທານຂອງປະເທດກໍາປູເຈຍ ມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຈາກເສົາຄໍ້າວັດທະນະທໍາ-ສັງຄົມ ເສດຖະກິດ ແລະ ສາທາລະນະສຸກ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ກໍຄືການຟື້ນຟູຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ຂອງອາຊຽນ ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງ ເພີ່ມທະວີການຈັດຕັ້ງປະຕິບັດແຜນຟື້ນຟູ ແລະ ໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດແຜນຂອບວຽກແລວການເດີນທາງອາຊຽນ ແນໃສ່ເພື່ອອໍານວຍຄວາມສະດວກໃນການເດີນທາງເຂົ້າ-ອອກພາຍໃນປະເທດສະມາຊິກອາຊຽນ.

    ພ້ອມນີ້ ກອງປະຊຸມໄດ້ຊຸກຍູ້ໃຫ້ອົງການອຸຍນີເຊັບ (UNICEF) ໂດຍສົມທົບກັບເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ເລັ່ງລັດການນໍາໃຊ້ງົບປະມານຈາກກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19 ຈັດຊື້ ແລະ ນໍາສົ່ງວັກຊີນຕ້ານພະຍາດໂຄວິດ-19 ໃຫ້ບັນດາປະເທດອາຊຽນໃຫ້ສໍາເລັດໃນໄຕມາດທີ 1 ແລະ 2 ຂອງປີນີ້ ນອກນີ້ ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນຄັງແຮອຸປະກອນການແພດພາກພື້ນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ ເຊິ່ງຄັງແຮດັ່ງກ່າວ ມີຄວາມສໍາຄັນໃນການຊ່ວຍເຫຼືອດ້ານຢາປົວພະຍາດ ແລະ ອຸປະກອນການແພດໃຫ້ບັນດາປະເທດສະມາຊິກອາຊຽນທີ່ໄດ້ຮັບຜົນກະທົບຈາກພາວະສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ.

    ສຳລັບຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນສິງຫາ 2022.

        # ຂ່າວ – ພາບ : ເພັດສະໝອນ

error: Content is protected !!