ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ

    ວັນທີ 20 ເມສາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ  ຮອງເລຂາຄະນະພັກ  ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງເຈົ້າຄອງ ຫົວໜ້າພະແນກການ ອົງການທຽບເທ່ົາ ແລະ ເຈົ້າເມືອງໃຫ້ການຕ້ອນຮັບ.

    ທ່ານ ອານຸພາບ ຕຸນາລົມ ໄດ້ລາຍງານບາງສະພາບພົ້ນເດັ່ນ ການຊີ້ນຳ-ນຳພາຂອງຄະນະພັກ ນະຄອນຫຼວງວຽງຈັນ ໂດຍລົງເລິກບາງວຽກຄື: ວຽກງານພັກ-ພະນັກງານ ວຽກງານກວດກາພັກ-ລັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການກໍ່ສ້າງຮາກຖານການເມືອງໂດຍສັງເຂບ ຈາກນັ້ນ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ລາຍງານກ່ຽວກັບສະພາບການພັດທະນາຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະການເຕີບໂຕທາງດ້ານເສດຖະກິດປີ 2021 ລວມຍອດຜະລິດຕະພັນພາຍໃນ (GDP ຂະຫຍາຍຕົວຢູ່ໃນລະດັບ 4,13% (ແຜນການປີ 6,5%) ມີມູນຄ່າໃນປີ 57.953 ຕື້ກີບ (ແຜນການປີ 59.270 ຕື້ກີບ) ສະເລ່ຍຕໍ່ຫົວຄົນບັນລຸໄດ້ 6.027 ໂດລາສະຫະລັດ (ແຜນການປີ 6.610 ໂດລາສະຫະລັດ) ສໍາລັບປີ 2022 ນັບແຕ່ຕົ້ນປີເຖິງວັນທີ 18 ເມສາ ນະຄອນຫຼວງວຽງຈັນສາມາດເກັບລາຍຮັບໄດ້ 1.167,18 ຕື້ກີບ ເທົ່າກັບ 20,93% ຂອງແຜນການປີ (ແຜນປີ 5.576,34ຕື້ກີບ) ທຽບໃສ່ໄລຍະດຽວຂອງປີ 2021 ປະຕິບັດລື່ນ 3,97% ໃນນີ້ ພູດສູນກາງປະຕິບັດໄດ້ 786,97 ຕື້ກີບ ເທົ່າກັບ 19,19% ຂອງແຜນການປີ (ແຜນປີ 4.100 ຕື້ກີບ) ພູດທ້ອງຖິ່ນປະຕິບັດໄດ້ 380,20 ຕື້ກີບ 25,75% ຂອງແຜນປີ (ແຜນປີ 1.476,34 ຕື້ກີບ) ສໍາລັບລາຍຈ່າຍ ປະຕິບັດໄດ້ 139,65 ຕື້ກີບ ເທົ່າກັບ 25,67% ຂອງແຜນການປີ (ແຜນປີ 544,04 ຕື້ກີບ) ແລະ ການດຸ່ນດ່ຽງ ໄດ້ 113,47 ຕື້ກີບ ເທົ່າກັບ 12,17% ຂອງແຜນການປີ (ແຜນປີ 932,29 ຕື້ກີບ) ດ້ານແຫຼ່ງທຶນເພື່ອການພັດທະນາ ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 21.442,48 ຕື້ກີບ ປະຕິບັດໄດ້ລື່ນແຜນ 71,53% (ແຜນການປີ 12.500 ຕື້ກີບ) ນອກນີ້ຍັງໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນ 3 ມາດຕະການ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະພາບການພັດທະນາເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນຕື່ມອີກ.

    ໃນຕອນທ້າຍ ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາເພື່ອເຮັດໃຫ້ການພັດທະນານະຄອນຫຼວງວຽງຈັນເປັນສູນກາງດ້ານການເມືອງ ເສດຖະກິດ-ວັດທະນະທໍາທີ່ຮຸ່ງເຮືອງສີວິໄລ ມີສິ່ງແວດລ້ອມສວຍສົດງົດງາມ ເປັນບ່ອນດໍາລົງຊີວິດທີ່ມີແບບແຜນກ້າວໜ້າ ແລະ ການຜະລິດທີ່ຂະຫຍາຍຕົວສູງມີຄຸນນະພາບ.

        # ຂ່າວ – ພາບ : ຂັນທະວີ

error: Content is protected !!